ໂທລະເລກຢື້ຢາມຖາມຂ່າວເຫດແຜ່ນດິນໄຫວຢູ່ ຈີນ

(VOVWORLD) - ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງ ການນຳ ຈີນ
ໂທລະເລກຢື້ຢາມຖາມຂ່າວເຫດແຜ່ນດິນໄຫວຢູ່ ຈີນ - ảnh 1ເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,2 ຣິກເຕີ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ
(ພາບ: TTXVN)

        ໂດຍໄດ້ຮັບຂ່າວວ່າ, ວັນທີ 18 ທັນວາ, ຢູ່ເມືອງ ຈີຊືຊານ, ແຂວງ ການຊູ, ປະເທດຈີນ, ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,2 ຣິກເຕີ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງທັງດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນທ້ອງຖິ່ນນັ້ນ, ວັນທີ 19 ທັນວາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານນາຍົກລັດຖະມົນຕີ ຫຼີສຽງ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານປະທານສະພາແຫ່ງຊາດ ຈາວເລືອຈີ. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ