ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ເລື​່ອງຈາກ​ໄປ​ຂອງ​ທ່ານສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ

(VOVWORLD) -ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ຕີລາຄາສູງບັນດາການອຸທິດສ່ວນອັນຍິ່ງໃຫຍ່ຂອງທ່ານພົນເອກ ສີສະຫວາດ ແກ້ວບຸນພັນໃນພາລະກິດຕໍ່ສູ້ຍາດເອົາເອກະລາດຊົນຊາດຂອງປະຊາຊົນລາວໃນເມື່ອກ່ອນ ກໍ່ຄືໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາປະເທດລາວໃນປັດຈຸບັນ.
ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ເລື​່ອງຈາກ​ໄປ​ຂອງ​ທ່ານສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ - ảnh 1ທ່ານພົນເອກສີສະຫວາດ ແກ້ວບຸນພັນ 

ໂດຍໄດ້ຮັບຂ່າວວ່າໃນວັນທີ 12 ພຶດສະພາ, ທ່ານ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີລາວ ເຖິງແກ່ມໍລະນະກຳ,  ວັນທີ 13 ພຶດສະພາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ສສ.ຫວຽດນາມ, ປະທານປະເທດ ສສ.ຫວຽດນາມ, ລັດຖະບານ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ສປປ. ລາວ, ປະທານປະເທດ ສປປ.ລາວ, , ລັດຖະບານ ສປປ.ລາວ, ຄະນະກຳມະການສູນກາງແນວ ລາວສ້າງຊາດ . ໃນໂທລະເລກ, ການນຳຫວຽດນາມໄດ້ສະແດງຄວາມເສົ້າສະຫລົດໃຈເມື່ອໄດ້ຮັບຂ່າວວ່າ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ເຖິງແກ່ມໍລະນະກຳແລ້ວ. 

ຕອບກັບ

ຂ່າວ/ບົດ​ອື່ນ