ໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດບຸກໂຈມຕີຢູ່ ຊີຣີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສ່ົງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດ ຖະມົນຕີ  Hussein Arnous...

ໂດຍໄດ້ຮັບຂ່າວກ່ຽວກັບເຫດບຸກໂຈມຕີ ດ້ວຍເຄື່ອງບິນບໍ່ມີຄົນຂັບ ໃນວັນທີ 5 ຕຸລາ ແນໃສ່ວິທະຍາຄານການທະຫານຢູ່ແຂວງ Homs, ທາງພາກກາງຂອງ ຊີຣີ, ເຮັດໃຫ້ກ່ວາ 100 ຄົນເສຍຊີ ວິດ ແລະ ຫຼາຍຄົນຖືກຮັບບາດເຈັບ . ວັນທີ 7 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສ່ົງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ Bashar Al-Assad; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສ່ົງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດ ຖະມົນຕີ  Hussein Arnous; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສ່ົງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈເຖິງຄູ່ຕຳແໜ່ງ Hammouda Yousef Sabbagh.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ສ່ົງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈເຖິງ ທ່ານ Faisal Al-Meqdad, ລັດຖະມົນຕີການຕ່າງປະເທດ ແລະ ຊາວຕ່າງດ້າວ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ