ໂທລະເລກອວຍພອນລັດຖະມົນຕີວ່າການກະຊວງການຕ່າງປະເທດມຽນມາ

ໂທລະເລກອວຍພອນລັດຖະມົນຕີວ່າການກະຊວງການຕ່າງປະເທດມຽນມາ - ảnh 1
ທ່ານ​ນາງ Aung San Suu Kyi
(ພາບ: Reuters)

(vovworld) –  ​ເນື່ອງ​ໃນ​ໂອກາດທ່ານ​ນາງ Aung San Suu Kyi ​ເນື່ອງ​ໃນ​ໂອກາດ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສ. ສະຫະພັນ ມຽນມາ, ວັນ​ທີ 4/4, ທ່ານ ຟ້າ​ມບີ່​ງມິ​ງ, ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານ​ນາງ Aung San Suu Kyi. ທ່ານ ຟ້າ​ມບີ່​ງມິ​ງ, ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ໃນ​ຖານະ​ຕຳ​ແໜ່​ງຂອງ​ຕົນ, ທ່ານ​ນາງ Aung San Suu Kyi ຈະ​ປະກອບສ່ວນ​ນຳ​ປະ​ເທດ ມຽນມາ ນັບ​ມື້​ນັບພັດທະນາວັດ​ຖະນາ​ຖາວອນ, ຍາດ​ໄດ້​ບັນດາ​ຜົນງານ​​ໃນ​ຂົງ​ເຂດ​ພົວພັນ​ຕ່າງປະ​ເທດ​, ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ ມຽນມາ ​ໃນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ