ໂລກຍູ້ແຮງການກະກຽມຮັບມືກັບໂລກລະບາດໃນອະນາຄົດ

(VOVWORLD) -ພາຍຫຼັງໂລກລະບາດໂຄວິດ - 19 ແຜ່ລະບາດເປັນເວລາ 3 ປີ, ໂລກພວມຍູ້ແຮງວຽກງານກະກຽມໃຫ້ແກ່ການຮັບມືກັບໂລກລະບາດຕໍ່ໄປ.
ໂລກຍູ້ແຮງການກະກຽມຮັບມືກັບໂລກລະບາດໃນອະນາຄົດ - ảnh 1ປະຈຸບັນ, WHO ພວມອັບເດັດບັນຊີລາຍຊື່ພະຍາດມີຄວາມສ່ຽງພາໄປເຖິງເກີດໂລກລະບາດສູງສຸດ
(ພາບປະກອບ: AFP/TTXVN)

ໃນອາທິດກ່ອນ, ຜູ້ຕາງໜ້າຂອງ 194 ປະເທດຂຶ້ນກັບອົງການອະນາໄມໂລກ (WHO) ໄດ້ເຫັນດີປຶກສາຫາລືຮ່າງຂໍ້ຕົກລົງທົ່ວໂລກ ເພື່ອຮັບມືກັບໂລກລະບາດໃນເດືອນ ກຸມພາ 2023 ໃຫ້ເປັນຢ່າງດີກວ່າ. ປະຈຸບັນ, WHO ພວມອັບເດັດບັນຊີລາຍຊື່ພະຍາດມີຄວາມສ່ຽງພາໄປເຖິງເກີດໂລກລະບາດສູງສຸດ. ໃນນັ້ນ, ໄວຣັດ ໂກໂຣນາ ແລະ ໄວຣັດໄຂ້ຫວັດ ໄດ້ກຳນົດວ່າຍັງແມ່ນໄວຣັດມີຄວາມສ່ຽງແຜ່ລະບາດທີ່ສຸດ.

ໃນຂະນະນັ້ນ, ຄະນະບໍລິຫານກອງທຶນໂລກລະບາດ, ໂດຍທະນາຄານໂລກ (WB) ລີ້ເລີ່ມ ແລະ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຜັນຂະຫຍາຍແຕ່ເດືອນ ພະຈິກ 2022, ຫວ່າງມໍ່ມານີ້ ເຂົາເຈົ້າໃຫ້ຮູ້ວ່າ ພວມກະກຽມໃຫ້ການສ້າງກອງທຶນທຳອິດດ້ວຍລະດັບໃຫ້ຄຳໝັ້ນສັນຍາ 1,6 ຕື້ USD.

ວົງການນັກຊ່ຽວຊານຖືວ່າ ໂລກໄດ້ຖອດຖອນບົດຮຽນລ້ຳຄ່າຫຼາຍຢາກຈາກໂລກລະບາດໂຄວິດ-19 ແລະ ສະຕິກ່ຽວກັບການຍູ້ແຮງວຽກງານຍົກສູງການກະກຽມໃຫ້ແກ່ໂລກລະບາດຄັ້ງຕໍ່ໄປຢ່າງເຫັນໄດ້ຊັດ.

ຕອບກັບ

ຂ່າວ/ບົດ​ອື່ນ