ໂລກພະຍາດໄຂ້ເລືອດອອກແຜ່ລະບາດຢ່າງກ້ວາງຂວາງຢູ່ ບາງກອກ ປະເທດ ໄທ

(VOVWORLD) - ວັນທີ 17 ກັນຍາ, ເຈົ້າຄອງນະຄອນ ບັງກອກ ຂອງປະເທດ ໄທ ອັດສະວິນ ຂວັນເມືອງ ໄດ້ປະກາດຄຳສັ່ງເຕືອນໄພໃຫ້ປະຊາຊົນຢູ່ໃນທົ່ວນະຄອນກ່ຽວກັບໂລກພະຍາດໄຂ້ເລືອດອອກ

ເມື່ອໄດ້ຮັບການລາຍງານກ່ຽວກັບເລື່ອງ ມີຜູ້ຖືກຕິດພະຍາດໄຂ້ເລືອດອອກເກືອບ 6.000 ຄົນ ແລະ ມີ 5 ຄົນເສຍຊີວິດໃນນະຄອນນີ້ ນັບແຕ່ຕົ້ນປີມາຮອດປັດຈຸບັນ. ຕາມທ່ານ  ອັດສະວິນ ຂວັນເມືອງ ແລ້ວ, ເພື່ອຮັບມືຕໍ່ໂລກພະຍາດດັ່ງກ່າວ ອຳນາດການປົກຄອງນະຄອນ ໄດ້ເພີ່ມທະວີບັນດາມາດຕະການແນໃສ່ສະກັດກັ້ນໂລກພະຍາດແຜ່ລະບາດ, ໃນນັ້ນ ມີການຊີດຢາຂ້າຍຸ້ງ, ພ້ອມທັງ ຕັກເຕືອນໃຫ້ປະຊາຊົນຍາມໃດກໍ່ຮັກສາອະນາໄມເຮືອນຊານ ແລະ ບັນດາເຂດອ້ອມແອ້ມບ່ອນຢູ່ໃຫ້ສະອາດ, ບໍ່ຖີ້ມຂີ້ເຫຍື່ອຊະຊາຍ, ບໍ່ປະໃຫ້ນ້ຳຄ້າງໄວ້ ແລະ ຮັກສາອະນາໄມລະບົບຄອງເໝືອງໃຫ້ສະອາດ.

ຕອບກັບ

ຂ່າວ/ບົດ​ອື່ນ