ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 106 ລ້ານ​ຄົນ

(VOVWORLD) - ໄລ່ຮອດເວລາ 1 ໂມງຂອງວັນທີ 6 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 106 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2,3 ລ້ານຄົນ.
ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 106 ລ້ານ​ຄົນ - ảnh 1ຫ້ອງກວດວິໄຈຫາເຊື້ອໄວຣັດ ຢູ່ ຈີນ (ພາບ: THX/TTXVN)

ຕາມເວັບໄຊສະຖິຕິ worldmeters.info, ໄລ່ຮອດເວລາ 1 ໂມງຂອງວັນທີ 6 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 106 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2,3 ລ້ານຄົນ.

        ອາເມລິກາ ຍັງແມ່ນປະເທດ ຖືກຜົນສະທ້ອນໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ ໂດຍມີຈຳນວນຜູ້ຕິດເຊື້ອຂຶ້ນເຖິງ 27.400.511 ຄົນ ແລະ 470.418 ຄົນ ເສຍຊີວິດ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ