ໂລກ​ລະ​ບາດ Covid – 19: ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19​ກ່​ວາ 9,1 ລ້ານ​ຄົນ

(VOVWORLD) - ຕາມການອັບເດັດໃນເວລາ 6 ໂມງເຊົ້າວັນທີ 23 ມິຖຸນາ (ຕາມເວລາຫວຽດນາມ) ຂອງ ເວັບໄຊສະຖິຕິທົ່ວໂລກ Worldmeter.info ແລ້ວ, ໂລກໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 9.170.424 ຄົນ, ໃນນັ້ນມີ 473.268 ຄົນເສຍຊີວິດ. 
ໂລກ​ລະ​ບາດ Covid – 19: ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19​ກ່​ວາ 9,1 ລ້ານ​ຄົນ - ảnh 1 ພະນັກງານການແພດສົ່ງສົບຂອງຜູ້ຕິດເຊື້ອພະຍາດ Covid - 19 (ພາບ: TTXVN)

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ແມ່ນ 128.524 ຄົນ ແລະ ມີຈຳນວນຜູ້ເສຍຊີວິດໃໝ່ຕື່ມອີກແມ່ນ 3.664 ຄົນ.  ບັນຊີລາຍຊື່ 10 ປະເທດທີ່ມີຈຳນວນຜູ້ຕິດເຊື້ອ Covid – 19 ຫຼາຍທີ່ສຸດໃນໂລກແມ່ນ: ອາເມລິກາ, ບຣາຊິນ, ລັດເຊຍ, ອິນເດຍ, ອັງກິດ, ແອັດສປາຍ, ເປຣູ, ຈີເລ, ອີຕາລີ ແລະ ອີຣານ.

        ມາຮອດປັດຈຸບັນ, ອາເມລິກາໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອ Covid – 19 ເພີ່ມຂຶ້ນເຖິງ 2.386.201 ຄົນ ແລະ ມີ 122.591 ຄົນເສຍຊີວິດ. ຖັດມາແມ່ນບຣາຊິນດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.106.470 ຄົນແລະ 51.271 ຄົນເສຍຊີວິດ. ຖັດຈາກເອີລົບ, ທະວີບອາເມລິກາ ກາຍເປັນຈຸດຮ້ອນເຮັ່ງຂອງໂລກລະບາດ Covid – 19 ແຖວໜ້າໂລກໃນປັດຈຸບັນ. ສ່ວນຢູ່ອາຊີ, ອິນເດຍ ກາຍເປັນສະຖານທີ່ເກີດໂລກລະບາດ Covid – 19 ອັນດັບທີ 1 ຂອງພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ