ໂລກລະບາດ Covid-19: ກະຊວງການຕ່າງປະເທດ ຫວຽດນາມ ປະກາດກ່ຽວກັບການດັດປັບບັນດາຂໍ້ກຳນົດຄົນເຂົ້າເມືອງ

(VOVWORLD) -  ເພື່ອແນໃສ່ເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19, ສະກັດກັ້ນການແຜ່ລະບາດໄປສູ່ວົງຄະນະຍາດກ່ວາອີກ, ລັດຖະບານ ຫວຽດນາມ ໄດ້ອອກຂໍ້ຕົກລົງ:

        ຢຸດຕິໂດຍຊົ່ວຄາວ ກ່ຽວກັບການປະຕິບັດນະໂຍບາຍຍົກເວັ້ນວີຊາພຽງ ຝ່າຍດຽວສຳລັບພົນລະເມືອງບັນດາປະເທດ ເບລາຣຸດ, ລັດເຊຍ, ຍີ່ປຸ່ນ ແລະ ຢຸດຕິໂດຍຊົ່ວຄາວກ່ຽວກັບ ຜົນສັກສິດໃນການ ຍົກເວັ້ນວີຊາທີ່ອອກ ໃຫ້ພົນລະເມືອງ ເບລາຣຸດ, ລັດເຊຍ, ຍີ່ປຸ່ນທີ່ແມ່ນເຊື້ອຊາດ ຫວຽດນາມ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າເລີ່ມແຕ່ເວລາ 12 ໂມງ, ວັນທີ 21 ມີນາ 2020.

-      ພົນລະເມືອງ ເບລາຣຸດ, ລັດເຊຍ ແລະ ຍີ່ປຸ່ນ ຖືໜັງສືຜ່ານແດນທົ່ວໄປ ຍັງໄດ້ເຂົ້າເມືອງ ຫວຽດນາມຕາມປົກກະຕິ ຖ້າມີວີຊາເໝາະສົມ.

-      ຂໍ້ຕົກລົງດັ່ງກ່າວ ບໍ່ໄດ້ນຳໃຊ້ ສຳລັບຜູ້ຖືໜັງສືຜ່ານແດນທາງການທູດ ຫຼື ໜັງສືຜ່ານແດນທາງລັດຖະການທີ່ ເຂົ້າເມືອງ ຫວຽດນາມ ໂດຍບໍ່ຕ້ອງການມີວີຊາຕາມບັນດາສັນຍາ ແລະ ຂໍ້ຕົກລົງທີ່ ມີຢູ່ແລ້ວລະຫວ່າງລັດຖະບານ ຫວຽດນາມ ກັບລັດຖະບານ ເບລາຣຸດ, ລັດເຊຍ ແລະ ຍີ່ປຸ່ນ.

-      ພົນລະເມືອງ ເບລາຣຸດ, ລັດເຊຍ ແລະ ຍີ່ປຸ່ນ ເຂົ້າເມືອງ ຫວຽດນາມ ຕ້ອງປະຕິບັດຕາມການຮຽກຮ້ອງກ່ຽວກັບການແພດປ້ອງກັນ ຂອງ ຫວຽດນາມ ຕາມຂໍ້ກຳນົດທີ່ໄດ້ປະກາດໃຊ້.

ວັນທີ 19 ມີນາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດຂໍ້ຕົກລົງດັ່ງກ່າວເຖິງບັນດາປະເທດ ເບລາຣຸດ, ລັດເຊຍ, ຍີ່ປຸ່ນ ແລະ ໃຫ້ຮູ້ວ່າ: ຈະສືບຕໍ່ສົມທົບກັບຢ່າງແໜ້ນແຟ້ນ, ມີບັນດາການດັດປັບໃຫ້ເໝາະສົມກັບການຜັນແປຂອງສະພາບການ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ