ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ

(VOVWORLD) -ອາເມລິກາ, ອິນເດຍ, ບຣາຊິນ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19. 
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ - ảnh 1ພາບປະກອບ: THX/TTXVN

ໄລຮອດເວລາ 1 ໂມງ 30 ນາທີຂອງວັນທີ 14 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 412.076.898 ຄົນ  ແລະ ຜູ້ເສຍຊີວິດ 5.833.903 ຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 1.482.019 ຄົນ ແລະ ຜູ້ເສຍຊີວິດ 5.449 ຄົນ. ລັດເຊຍ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດສູງທີ່ສຸດໃນໂລກ ຕາມລຳດັບແມ່ນ 197.949 ແລະ 706 ຄົນ.

ອາເມລິກາ, ອິນເດຍ, ບຣາຊິນ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19. ຕາມພາກພື້ນ, ເອີລົບ ແມ່ນເຂດຖືກຜົນສະທ້ອນຫຼາຍທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອປະມານ 144 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 1,6 ລ້ານຄົນ. ຖັດຈາກເອີລົບ ແມ່ນ ອາຊີ, ອາເມລິກາເໜືອ, ອາເມລິກາໃຕ້, ອາຟຼິກກາ ແລະ ໂອເຊອານີ.

ຕອບກັບ

ຂ່າວ/ບົດ​ອື່ນ