ໂລກ​ລະ​ບາດ​ໂຄວິດ - 19 ຍູ້​ຖອຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລົ​ບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່ ອາ​ຊີ ໄປ​ຕື່ມ​ອີກ 2 ປີ

(VOVWORLD) -ຕາມບົດລາຍງານບັນດາດັດຊະນີຫຼັກ ອາຊີ - ປາຊີຟິກ ປີ 2022, ຂອງທະນາຄານພັດທະນາ ອາຊີ (ADB), ປະກາດໃນວັນທີ 24 ສິງຫາ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ທ່າອ່ຽງຫຼຸດຜ່ອນຄວາມທຸກຍາກຢູ່ ອາຊີ  - ປາຊີຟິກ ທີ່ແກ່ຍາວ, ສ່ວນຫຼາຍແມ່ນຍ້ອນອັດຕາວ່າງງານສູງ ແລະ ເລື່ອງຈຳກັດການເຂົ້າເຖິງລະບອບຊ່ວຍເຫຼືອສັງຄົມ.
ໂລກ​ລະ​ບາດ​ໂຄວິດ - 19 ຍູ້​ຖອຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລົ​ບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່ ອາ​ຊີ ໄປ​ຕື່ມ​ອີກ 2 ປີ - ảnh 1(ພາບປະກອບ: THX/TTXVN)

ໂລກລະບາດໂຄວິດ - 19 ໄດ້ຍູ້ຖອຍຄວາມພະຍາຍາມຕ້ານໄພອຶດຫິວ ແລະ ທຸກຍາກຢູ່ ອາຊີ ແລະ ປາຊີຟິກ ຢ່າງໜ້ອຍສຸດ 2 ປີ ແລະ ມີຫຼາຍບ່ອນຢູ່ພາກພື້ນນີ້ ຈະປະສົບກັບຄວາມຫຍຸ້ງຍາກກວ່າເກົ່າ ເພື່ອຫຼຸດພົ້ນອອກຈາກສະພາບອຶດຫິວທຸກຍາກ. ຕາມບົດລາຍງານບັນດາດັດຊະນີຫຼັກ ອາຊີ - ປາຊີຟິກ ປີ 2022, ຂອງທະນາຄານພັດທະນາ ອາຊີ (ADB), ປະກາດໃນວັນທີ 24 ສິງຫາ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ທ່າອ່ຽງຫຼຸດຜ່ອນຄວາມທຸກຍາກຢູ່ ອາຊີ  - ປາຊີຟິກ ທີ່ແກ່ຍາວ, ສ່ວນຫຼາຍແມ່ນຍ້ອນອັດຕາວ່າງງານສູງ ແລະ ເລື່ອງຈຳກັດການເຂົ້າເຖິງລະບອບຊ່ວຍເຫຼືອສັງຄົມ. ຕາມບົດລາຍງານແລ້ວ, ຮອດປີ 2030, ອັດຕາຜູ້ທຸກຍາກທີ່ສຸດຢູ່ ອາຊີ - ປາຊີຟິກ ຄາດວ່າຈະຫຼຸດລົງຕ່ຳກວ່າ 1%.  ກໍໃນໄລຍະເວລານີ້, ຄາດວ່າມີປະມານ 25% ປະຊາກອນຢູ່ພາກພື້ນນີ້ໄດ້ຮັບຖືວ່າ ຄົນຊັ້ນກາງ. ເຖິງຢ່າງໃດກໍຕາມ, ບົດລາຍງານກໍຊີ້ໃຫ້ຮູ້ວ່າ ແງ່ຫວັງນີ້ພວມຖືກນາບຂູ່ຍ້ອນຄວາມແຕກຕ່າງກ່ຽວກັບການປ່ຽນແປງຂອງສັງຄົມ ແລະ ບັນດາປັດໄຈຂາດສະຖຽນລະພາບອື່ນ, ເປັນຕົ້ນແມ່ນຄວາມສາມາດຊຸດໂຊມ, ໄພເງິນເຟີ້, ການປະທະກັນທີ່ດຳເນີນກ່ຽວຂ້ອງເຖິງບັນດາປັດໄຈກະທົບໃນທົ່ວໂລກ…

 

ຕອບກັບ

ຂ່າວ/ບົດ​ອື່ນ