ໂລກລະບາດ​ໂຄ​ວິດ - 19: ​ແຂວງ ຝຸອຽນ ຕ້ອນຮັບ​ພົນລະ​ເມືອງຫວຽດນາມ ກວ່າ 300 ຄົນ ​ກັບ​ມາ​ຈາກ​ສະຫະພັນ​ລັດ​ເຊຍ

(VOVWORLD) -  ວັນທີ 10 ກັນຍາ, ພະແນກສາທາລະນະສຸກແຂວງ ຝູອຽນ ຂອງຫວຽດນາມ ໄດ້ສົມທົບກັບ ກອງບັນຊາການທະຫານແຂວງ ຝູອຽນ ຕ້ອນຮັບພົນລະເມືອງຫວຽດນາມ 339 ຄົນທີ່ກັບມາຈາກ ສະຫະພັນລັດເຊຍ, ພາຍຫຼັງມາຮອດແລ້ວ ໄດ້ປະຕິບັດການແຍກຕົວ.
ໂລກລະບາດ​ໂຄ​ວິດ - 19: ​ແຂວງ ຝຸອຽນ ຕ້ອນຮັບ​ພົນລະ​ເມືອງຫວຽດນາມ ກວ່າ 300 ຄົນ ​ກັບ​ມາ​ຈາກ​ສະຫະພັນ​ລັດ​ເຊຍ - ảnh 1ພົນລະເມືອງຫວຽດນາມ ກັບມາຈາກ ລັດເຊຍ ກໍາລັງເຂົ້າໄປເຂດແຍກຕົວ  (ພາບ:TTXVN)

        ຕອນບ່າຍວັນທີ 10 ກັນຍາ, ພະແນກສາທາລະນະສຸກແຂວງ ຝູອຽນ ຂອງຫວຽດນາມ ໄດ້ສົມທົບກັບ ກອງບັນຊາການທະຫານແຂວງ ຝູອຽນ ຕ້ອນຮັບພົນລະເມືອງຫວຽດນາມ 339 ຄົນທີ່ກັບມາຈາກ ສະຫະພັນລັດເຊຍ, ພາຍຫຼັງມາຮອດແລ້ວ ໄດ້ປະຕິບັດການແຍກຕົວ, ຕິດຕາມອາການສຸຂະພາບຕາມຂໍ້ກໍານົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ເຂດແຍກຕົວ ຂຶ້ນກັບ ກອງພັນໃຫຍ່ທະຫານບົກ 888.

        ໃນຈໍານວນພົນລະເມືອງດັ່ງກ່າວ ມີທັງແມ່ຍິງຖືພາ ແລະ ເດັກນ້ອຍ. ເມື່ອປະຕິບັດການແຍກຕົວ, ເຂົາເຈົ້າຈະໄດ້ຮັບການຕິດຕາມອາການສຸຂະພາບຢ່າງແໜ້ນແຟ້ນ, ວັດແທກອຸນຫະພູມຮ່າງກາຍ, ກວດວິໄຈຫາເຊື້ອໂຄວິດຖ້າມີຄວາມຈໍາເປັນ; ຮັບປະກັນການເຄື່ອນໄຫວກ່ຽວກັບການກິນ, ດໍາລົງຊີວິດຢູ່ ຕາມລະບອບນະໂຍບາຍຂອງລັດ.

      ກ່ຽວຂ້ອງເຖິງໂລກລະບາດ ໂຄວິດ - 19 ຍັງມີຂ່າວວ່າ ວັນທີ 11 ກັນຍາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 1 ຄົນ ຊຶ່ງຜູ້ກ່ຽວໄດ້ມາຈາກລັດເຊຍ ແລະ ໄດ້ຖືກແຍກຕົວແລ້ວ. ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນທັງໝົດ 691 ຄົນ, ໃນນັ້ນ ຈຳນວນຜູ້ຕິດຊື້ອໂຄວິດ - 19 ໃໝ່ ນັບແຕ່ວັນທີ 25 ກໍລະກົດ ແມ່ນ 551 ຄົນ. ຈຳນວນຜູ້ເສຍຊີວິດ ແມ່ນ 35 ຄົນ ແລະ ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 902 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ