ໂລກລະບາດໂຄວິດ-19: ວັນທີ 01 ມິຖຸນາ ໄທ ເລີ່ມປະຕິບັດຜ່ອນຄາຍການປິດລ້ອມໄລຍະທີ 3

(VOVWORLD) - ວັນທີ 22 ພຶດສະພາ, ສູນແກ້ໄຂສະພາບການໂຄວິດ-19 ຂອງລັດຖະບານໄທ (CCSA) ປະກາດວ່າ ການຜ່ອນຄາຍການປິດລ້ອມລົງໄລຍະທີ 3 ຈະເລີ່ມມີຜົນສັກສິດໃນທົ່ວປະເທດນັບແຕ່ວັນທີ 01 ມິຖຸນາ ເປັນຕົ້ນໄປ. 
ໂລກລະບາດໂຄວິດ-19: ວັນທີ 01 ມິຖຸນາ ໄທ ເລີ່ມປະຕິບັດຜ່ອນຄາຍການປິດລ້ອມໄລຍະທີ 3  - ảnh 1 ພາບ: THX/TTXVN

ທ່ານປະລິນຍາເອກ ຕາວິຊິນ ວິສະນູຢໍທິນ ໂຄສົກຂອງ CCSA ໃຫ້ຮູ້ວ່າ: ໃນຊຸມວັນຈະມາເຖິງ ເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດນີ້ ຈະປຶກສາຫາລືກ່ຽວກັບ ການຜ່ອນຄາຍການປິດລ້ອມລົງໄລຍະທີ 3 ແລະ ຈະອອກຂໍ້ຕົກລົງໃນວັນທີ 29 ພຶດສະພາ ຈະມາເຖິງ ເພື່ອໃຫ້ມີຜົນສັກສິດໃນວັນທີ 01 ມິຖຸນາ. ຕາມທ່ານ ຕາວິຊິນ ວິສະນູຢໍທິນ ແລ້ວ, ກອງປະຊຸມປຶກສາຫາລື ຈະສຸມໃສ່ຕີລາຄາບັນດາຮູບແບບດຳເນີນທຸລະກິດ ຈະໄດ້ຮັບການອະນຸຍາດໃຫ້ເຄື່ອນໄຫວຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ