ໂລກລະບາດໂຄວິດ-19: ເວທີປາໄສທາງອອນລາຍບັນດານັກຊ່ຽວຊານທົ່ວໂລກຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ

(VOVWORLD) -  ເວທີປາໄສທາງອອນລາຍບັນດານັກຊ່ຽວຊານທົ່ວໂລກກ່ຽວກັບການຮ່ວມມືສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທີ່ດຳເນີນໃນລະຫວ່າງວັນທີ 09 – 10 ມິຖຸນາ ໄດ້ຮຽກຮ້ອງໃຫ້ມີຈິດໃຈສາມັກຄີສາກົນ ເພື່ອແນໃສ່ຍູ້ໂລກລະບາດອັນຕະລາຍນີ້ໃຫ້ຖອຍໄປ.
ໂລກລະບາດໂຄວິດ-19: ເວທີປາໄສທາງອອນລາຍບັນດານັກຊ່ຽວຊານທົ່ວໂລກຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ - ảnh 1(ພາບປະກອບ/ AFP/TTXVN)

        ເຂົ້າຮ່ວມເວທີປາໄສມີນັກຊ່ຽວຊານ; ບັນດາຜູ້ຕາງໜ້າສື່ມວນຊົນທີ່ມາຈາກ 48 ປະເທດໃນໂລກ ພ້ອມກັບບາງອົງການຈັດຕັ້ງສາກົນກ່ວາ 160 ທ່ານ. ຖະແຫຼງການຮ່ວມໄດ້ຍົກອອກມາ ພາຍຫລັງສິ້ນສຸດເວທີປາໄສໂດຍໄດ້ເນັ້ນໜັກວ່າ ໂລກລະບາດໂຄວິດ-19 ແມ່ນສັດຕູໂຕດຽວກັນຂອງມວນມະນຸດ ແລະ ພຽງແຕ່ມີຄວາມສາມັກຄີ ແລະ ການຮ່ວມມືເທົ່ານັ້ນ, ປະຊາຄົມສາກົນ ຈຶ່ງສາມາດຍູ້ໂລກລະບາດດັ່ງກ່າວໃຫ້ຖອຍໄປໄດ້.

        ຖະແຫຼງການກໍ່ກະຕຸກຊຸກຍູ້ໃຫ້ປະຊາຄົມສາກົນ ເພີ່ມທະວີການຮ່ວມມື ແລະ ແບ່ງປັນຂໍ້ມູນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ, ວິທີການປິ່ນປົວໃຫ້ຄົນເຈັບ ແລະ ບັນດາການຄົ້ນຄວ້າທີ່ກ່ຽວຂ້ອງ, ຮັບປະກັນສິດສະເໝີພາບໃຫ້ແກ່ທຸກຄົນ ກໍ່ຄືທາງດ້ານສຸຂະພາບໃຫ້ບັນດາປະເທດ, ກຸ່ມສັງຄົມ ແລະ ເຊື້ອຊາດເຜົ່າພັນທັງໝົດ.

        ຕາມຕົວເລກສະຖິຕິຂອງເວັບໄຊ Worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 11 ມິຖຸນາ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 7.446.229 ຄົນ, ໃນນັ້ນ ມີ 418.137 ຄົນເສຍຊີວິດ. ຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປັດຈຸບັນແມ່ນ 3.630.898 ຄົນ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຫລາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 2.047.147 ຄົນ ແລະ ມີ 114.223 ຄົນເສຍຊີວິດ. ຖັດມາແມ່ນປະເທດ ບຣາຊິນ ແລະ ລັດເຊຍ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນຈຳນວນຜູ້ເສຍຊີວິດຢູ່ ອາເມລິກາລາຕິນ ໄດ້ຂຶ້ນເຖິງ 70.000 ຄົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ