ໂລກສະໜັບສະໜູນອາເມລິກາແລະກູບາສ້າງການພົວພັນເປັນປົກກະຕິ

ໂລກສະໜັບສະໜູນອາເມລິກາແລະກູບາສ້າງການພົວພັນເປັນປົກກະຕິ - ảnh 1
(ພາບປະກອບ)

​(vovworld) - ຫາງ​ສຽງ​ອາ​ເມ​ລິ​ກາ ​ແລະ ສາກົນ​ສືບ​ຕໍ່​ມີ​ປະຕິກິລິຍາ​ຢ່າງ​ຕັ້ງໜ້າ, ພາຍຫຼັງ​ກູ​ບາ ​ແລະ ອາ​ເມ​ລິ​ກາ ບັນລຸ​ໄດ້​ຂໍ້​ຕົກລົງ​ສ້າງ​ການ​ພົວພັນ​ສອງ​ຝ່າຍ​ເປັນ​ປົກກະຕິ ​ແລະ ປະກາດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄືນ​ໃໝ່​, ພາຍຫຼັງ​ທີ່ຖືກ​ຢຸດ​ຕິ​ມາເປັນ​ເວລາ​ເຄິ່ງສະຕະວັດ. ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 18/12, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ Jacob Lew ​ໃຫ້​ຮູ້​ວ່າ, ​ໃນ​ຕໍ່ໜ້າ, ສອງ​ປະ​ເທດ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ການ​ຄ້າ, ​ໂທລະ​ຄົມ, ການ​ພັດທະນາ​ວິ​ສາ​ຫະກິດ​ເອກະ​ຊົນ…

        ​ໃນ​ວັນ​ດຽວ​ກັນ, ລັດຖະບານ​ນິວຊີ​ແລນ ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ດັ່ງກ່າວ​ຂອງ​ການ​ນຳ​ສອງ​ປະ​ເທດ, ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ສຳຄັນ​ບໍ່​ພຽງ​ແຕ່​ສຳລັບ​ອາ​ເມ​ລິ​ກາ ​ແລະ ກູ​ບາ ​ເທົ່າ​ນັ້ນ, ຫາກນັບ​ທັງ​ເຂດ​ກາ​ຣີ​ເບ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ