ໂລກແລະບັນດາອົງການຜູ້ຕາງຫນ້າຂອງຫວຽດນາມຢູ່ຕ່າງປະເທດອາໄລຫາ ພົນເອກ ຫວໍງວຽນຢາບ

(vovworld)-​ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະຊຸມ​ນັດ​ສາມັນດຳ​ເນີນ​ໄປ​ໃນ​ວັນ​ທີ 10/10, ​ສະພາ​ແຫ່ງ​ຊາດ Venezuela ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ມະຕິ​ອາ​ໄລ​ຫາ ພົນ​ເອກ ຫວໍ​ງວຽນ​ຢາ​ບ. ມະຕິ​ໄດ້​ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ​Venezuela ສະ​ແດງ​ຄວາມ​ນິຍົມ​ນັບຖື ​ແລະ ​ເຊີດ​ຊູ ພົນ​ເອກ ຫວໍ​ງວຽນ​ຢາ​ບ ພ້ອມ​ທັງ​ສົ່ງ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫລົດ​ໃຈ​ຢ່າງ​ເລິກ​ເຊິ່ງທີ່​ສຸດ​ມາ​ຍັງ​ຄອບຄົວ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ພັກ​ກອມ​ມູນິດ ​ແລະ ລັດຖະບານ​ຫວຽດນາມ ພ້ອມ​ກັບ​ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ຫວຽດນາມ​ທັງ​ໝົດ.

ໂລກແລະບັນດາອົງການຜູ້ຕາງຫນ້າຂອງຫວຽດນາມຢູ່ຕ່າງປະເທດອາໄລຫາ ພົນເອກ ຫວໍງວຽນຢາບ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ​ ທຳ​ມະ​ວົງ ນຳ​ຫນ້າ​ຄະນະ​ຜູ້​ແທນ​ ລັດຖະບານ ລາວ ມາສະ​ຖານ​ທູດ​ຫວຽດນາມ​ປະຈຳ​ລາວ ​ເພື່ອ​ວາງ​ພວງ​ມາລາ

ຕອນ​ເຊົ້າ​ວັນ 12/10, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ​ ທຳ​ມະ​ວົງ ນຳ​ຫນ້າ​ຄະນະ​ຜູ້​ແທນ​ ລັດຖະບານ ລາວ ມາສະ​ຖານ​ທູດ​ຫວຽດນາມ​ປະຈຳ​ລາວ ​ເພື່ອ​ວາງ​ພວງ​ມາລາ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ພົນ​ເອກ ຫວໍ​ງວຽນ​ຢາ​ບ. ທ່ານ​ນາຍົກລັດຖະມົນ​ຕີ ທອງ​ສິງ ທຳ​ມະ​ວົງ ຂຽນ​ໃນ​ສະມຸດ​ໄຫວ້​ອາ​ໄລ​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍດາຍ​ຢ່າງ​ສຸດ​ຊື້​ງຕໍ່​ການ​​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຫນຶ່ງ​ໃນ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ ຍາມ​ໃດ​ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່,​ຄວາ​ມສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ.

ຕອນ​ເຊົ້າ​ວັນ​ທີ 12/10, ນາຍົກ​ລັດຖະມົນຕີ Algeria, Abdelmalek Sella ມາ​​ໄຫວ້​ອາ​ໄລ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ່​ສະຖານທູດ​ຫວຽດນາມ ປະຈຳ Algeria.

​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະຖານທູດ​ຫວຽດນາມ​ ປະຈຳ​ກຳປູ​ເຈຍ ​ແລະ ສະຖານທູດ ຫວຽດນາມ​ປະຈຳ​ປັກ​ກີ​ງ ກໍ​ໄດ້​ຈັດ​ພິທີ​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ເຊັນ​ດຽວ​ກັນ. 

ໂລກແລະບັນດາອົງການຜູ້ຕາງຫນ້າຂອງຫວຽດນາມຢູ່ຕ່າງປະເທດອາໄລຫາ ພົນເອກ ຫວໍງວຽນຢາບ - ảnh 2
ສະຖານ​ທູດ​ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບ

ຢູ່​ວໍ​ຊິ​ງຕັນ ​ໃນ​ວັນ​ທີ 11-12/10, ສະຖານ​ທູດ​ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງ​ການ​ຕ້ອນຮັບ​ຜູ້ຕາງຫນ້າ​ອຳນາດ​ການ​ປົກຄອງ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ຄະນະ​ຜູ້​ແທນ​ທູຕານຸທູດ​ບັນດາ​ປະ​ເທດ​ຢູ່ ນະຄອນຫລວງ ວໍ​ຊິ​ງຕັນ, ບັນດາອົງການ​ຈັດ​ຕັ້ງ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ ອາ​ເມ​ລິ​ກາ ມາ​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບ. ທ່ານ Scot Marciel  ​ຮັກສາ​ການຜູ້​ຊ່ວຍ​ວຽກລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຕາງຫນ້າ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ​ແລະ ຢືນຢັນ​ວ່າ: ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ແມ່ນ​ບຸກຄົນ ​ແລະ ​ແມ່ນ​ການ​ນຳສຳຄັນ ”ຂອງ​ປະຊາຊົນ ຫວຽດນາມ ​ແລະ ຜູ້​ສະຫນັບສະຫນູນ​ການ​ໄກ່​ເກ​ຍ ​ແລະ ປັບປຸງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

ການ​ນຳ​ບັນດາ​ປະ​ເທດ, ບັນດາ​ພັກ​ການ​ເມືອງ ​ແລະ ​ເພື່ອນ​ມິດສາ​ກົ​ນສືບ​ຕໍ່​ຝາກ​ ຈົດໝາຍ, ​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ ​ມາ​ຍັງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ​ ປະຊາຊົນ​ ຫວຽດນາມ,   ໃນ​ນັ້ນ​ມີ​ໂທລະ​ເລກ​ຂອງ​ນາຍົກລັດຖະມົນຕີ ອິນ​ເດຍ, ປະທາ​ນາ​ທິບໍດີ Mozambique, ປະທານ​ຄະນະ​ກຳມະການ​ຜູ້​ປະຈຳການ​ກອງ​ປະຊຸມ​ປະຊາຊົນ​ສູງ​ສຸດ ສປປ ​ເກົາຫຼີ, ນາຍົກລັດຖະມົນຕີ ​ໄທ, ພັກ​ຂະ​ບວນການ​ປະຊາຊົນ​ປົດ​ປ່ອຍ Angola, ພັກຂະ​ບວນການ​ປົດ​ປ່ອຍປະ​ຊາ​ຊົນ ປາ​ແລດ​ສະຕິນ, ພັນທະ​ມິດ​ປະຕິວັດ​ທົ່ວປະ​ເທດ Goatemala, ພັກ​ບັນດາ​ນັກ​ກອ​ມມູນິດ ອີ​ຕາ​ລີ, ພັກ​ກອມ​ມູນິດ ​ເກັຼກ, ກະຊວງ​ການ​ຕ່າງປະ​ເທດ ສ ​ເກົາຫຼີ, ກະຊວງ​ປ້ອງ​ກັນ​ປະ​ເທດ ມົງ​ກົນ, ສະ​ຖາ​ບັນ​ມິດຕະພາບ ຈີ​ເລ - ຫວຽດນາມ, ກະຊວງ​ການ​ຕ່າງປະ​ເທດ ອີ​ຕາ​ລີ, ຄະນະ​ກຳມະການ​ສາມັກຄີ ຈີ​ເລ - ປາ​ແລດ​ສະ​ຕີນ.

 ການ​ນຳ​ບັນດາ​ປະ​ເທດ, ບັນດາ​ພັກ​ການ​ເມືອງ ​ແລະ ​ເພື່ອນ​ມິດສາ​ກົ​ນສືບ​ຕໍ່​ຝາກ​ເຖິງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ​ ປະຊາຊົນ​ ຫວຽດນາມ  ຈົດໝາຍ, ​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ກ່ຽວ​ກັບ​ເລື່ອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ. ​ໃນ​ນັ້ນ​ມີ​ໂທລະ​ເລກ​ຂອງ​ນາຍົກລັດຖະມົນຕີ ອິນ​ເດຍ, ປະທາ​ນາ​ທິບໍດີ Mozambique, ປະທານ​ຄະນະ​ກຳມະການ​ຜູ້​ປະຈຳການ​ກອງ​ປະຊຸມ​ປະຊາຊົນ​ສູງ​ສຸດ ສປປ ​ເກົາຫຼີ, ນາຍົກລັດຖະມົນຕີ ​ໄທ, ພັກ​ຂະ​ບວນການ​ປະຊາຊົນ​ປົດ​ປ່ອຍ Angola, ພັກຂະ​ບວນການ​ປົດ​ປ່ອຍປະ​ຊາ​ຊົນ ປາ​ແລດ​ສະຕິນ, ພັນທະ​ມິດ​ປະຕິວັດ​ທົ່ວ​ປວງ​ປະ​ເທດ Goatemala, ພັກ​ບັນດາ​ນັກ​ກອ​ມມູນິດ ອີ​ຕາ​ລີ, ພັກ​ກອມ​ມູນິດ ​ເກັກ, ກະຊວງ​ການ​ຕ່າງປະ​ເທດ ສ ​ເກົາຫຼີ, ກະຊວງ​ປ້ອງ​ກັນ​ປະ​ເທດ ມົນ​ກົນ, ສະ​ຖາ​ບັນ​ມິດຕະພາບ ຈີ​ເລ - ຫວຽດນາມ, ກະຊວງ​ການ​ຕ່າງປະ​ເທດ ອີ​ຕາ​ລີ, ຄະນະ​ກຳມະການ​ສາມັກຄີ ຈີ​ເລ - ປາ​ແລດ​ສະ​ຕີນ.

ການ​ນຳ​ພັກ, ສະພາ​ແຫ່ງ​ຊາດ, ລັດ, ລັດຖະບານ ຫວຽດນາມ ​ໄດ້​ຮັບ​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫຼາຍ​ສະບັບຈາກ​ການ​ນຳ​ ປະ​ເທດ​ຕ່າງໆ ​ແລ​ະ ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ. ​ໂທລະ​ເລກ​ສະບັບ​ຕ່າງໆ​ລ້ວນ​ແຕ່​ຕີ​ລາຄາ​ສູງການ​ປະກອບສ່ວນຂອງ​ພົນ​​ເອກ​ ຫວໍ້​ງວຽນ​ຢາ​ບ ​ໃນ​ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ ຫວຽດນາມ ​ແລະ ຂະ​ບວນການ​ສັນຕິພາບ​ໃນ​ທົ່ວ​ໂລກ. ​ໂທລະ​ເລກຂອງ​ທ່ານ​ນາຍົກລັດຖະມົນຕີ ສ.  ອິນ​ເດຍ Mamoha Sinh ​ເນັ້ນ​ໜັກ​ວ່າ: “​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ນຳ ​ແລະ ຍຸດ​ໂທ​ບາຍ​ການ​ທະຫານ​ຜູ້​ຍິ່ງ​ໃຫຍ່​ຂອງ ຫວຽດນາມ, ການ​ປະກອບສ່ວນ​ຂອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຈະ​ສືບ​ຕໍ່​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ໃຫ້​ແກ່ ​ປະຊາຊົນ​ໃນ​ທົ່ວ​​ໂລກ”. ​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​​ຫຼົດ​​ໃຈ​ຂອງ​ພັກ​ບັນດາ​ນັກ​ກອມ​ມູນິດ ອີ​ຕາ​ລີ ຂຽນ​ວ່າ: “ພົນ​ເອກ​​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸກຄົນທີ່​ສວມ​​ບົດບາດ​ນຳພາ​ໃນ​ປະຫວັດສາດ​ຂອງ ​ສະຕະວັດ​ທີ 20 ​ແລະ ​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ການ​ຕໍ່ສູ້​ຍາດ​ເອົາ​ເສລີພາບ​ຂອງ​ບັນດາ​ຊາດ​ໃນ​ ໂລກ”.​.​. ​ໃນ​ຂະນະ​ນັ້ນ, ​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​​ໃຈ​ຂອງ​ພັກ​ແຮງ​ງານ ​ແບນ​ຊິກ​ ຢືນ​ຢັນ​ວ່າ: “ພົນ​ເອກ ຫວໍ້​ງວຽນ​ຢາ​ບ ຈະ​ຍື່ນ​ຍົງ​ຄົງ​ຕົວ​ໃນ​ຈິດ​ໃຈ​ຂອງ​ກຳມະກອນ ​ແລະ ປະຊາຊົນ​ທົ່ວ​ໂລກ​ຄື​ດັ່ງ​ແບບຢ່າງ​ກ່ຽວ​ກັບ​ນ້ຳ​ໃຈ​ອົງ​ກາດ​ກະ​ຫານ ​ແລະ ​ເຈ​ດຈຳນົງ​ປະຕິວັດ. ​ແບບຢ່າງ​ຂອງ​ພົນ​ເອກ​ ຫວໍ້​ງວຽນ​ຢາ​ບ ຈະ​ເປັນກຳລັງ​ໜູນ​ໃຫ້​​ແກ່ພວກ​ເຮົາ​ໃນ​ການ​ຕໍ່​ສຸ້​ຄັ້ງ​ຕ່າງໆເພື່ອ​ຄວາມ​ ສາມັກ​ຄີຂອງ​ຊົນ​ຊັ້ນ​ກຳມະກ​ອນ ​ແລະ ປະຊາຊົນ​​ໃນ​ທົ່ວ​ໂລກ…”
ຈົດໝາຍ, ​ໂທລະ​ເລກ​ສະບັບ​ຕ່າງໆ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ, ຄວາມ​ເຄົາລົບ​ນັບຖື ​ແລະ ຄວາມ​ນິຍົມ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ.
ຂ່າວ/ບົດ​ອື່ນ