ໂຫ້ຍອານຕ້ອນຮັບ ແຂກທ່ອງທ່ຽວຄົນທີ 10 ລ້ານ

(VOVWORLD) -   ຕອນບ່າຍວັນທີ 12/5, ຄະນະກຳມະການປະຊາຊົນນະຄອນໂຫ້ຍອານ, ແຂວງກວາງນາມໄດ້ຈັດພິທີ ຕ້ອນຮັບ ແຂກທ່ອງທ່ຽວຄົນທີ 10 ລ້ານ
ໂຫ້ຍອານຕ້ອນຮັບ ແຂກທ່ອງທ່ຽວຄົນທີ 10 ລ້ານ - ảnh 1ພິທີ ຕ້ອນຮັບ ແຂກທ່ອງທ່ຽວຄົນທີ 10 ລ້ານມາທ່ອງທ່ຽວຢູ່ຄຸ້ມເມືອງເກົ່າໂຫ້ຍອານໃນປີ 2017 

ຕອນບ່າຍວັນທີ 12/5, ຄະນະກຳມະການປະຊາຊົນນະຄອນໂຫ້ຍອານ, ແຂວງກວາງນາມໄດ້ຈັດພິທີ ຕ້ອນຮັບ ແຂກທ່ອງທ່ຽວຄົນທີ 10 ລ້ານມາທ່ອງທ່ຽວຢູ່ຄຸ້ມເມືອງເກົ່າໂຫ້ຍອານໃນປີ 2017, ນັ້ນແມ່ນນາງ ນຸນຕິຣະ ຖືສັນຊາດໄທ. ທ່ານ ຫງວຽນເຟືອງດົງ ຫົວໜ້າຫ້ອງການນຳທ່ຽວຢູ່ໂຫ້ຍອານ, ສູນວັດທະນະທຳກິລາ ນະຄອນໂຫ້ຍອານ ໃຫ້ຮູ້ວ່າ : 

   “ ເຫດການທີ່ແຂກທ່ອງທ່ຽວຄົນທີ 10 ລ້ານມາຊື້ປີ້ເຂົ້າຢ້ຽມຊົມມໍລະດົກວັດທະນະທຳໂລກ ໂຫ້ຍອານ ເປັນຂີດໝາຍການພັດທະນາຈຳນວນແຂກທ່ອງທ່ຽວມາໂຫ້ຍອານ. ແລະ ສຳລັບແຂກທ່ອງທ່ຽວ ເມື່ອ ຊື້ປີ້ເຂົ້າຢ້ຽມຊົມມໍລະດົກ, ຄ່າໃຊ້ຈ່າຍທີ່ໄດ້ຈາກແຫຼ່ງເງິນຂາຍປີ້ ກໍເປັນການຫນູນຊ່ວຍແກ່ການອະນຸລັກ, ປະຕິສັງຂອນບັນດາປູຊະນີຍະສະຖານຄຸ້ມເມືອງເກົ່າເປັນຈຳນວນກວ່າ 85% ”

ຕອບກັບ

ຂ່າວ/ບົດ​ອື່ນ