ໂອ້ລົມສົນທະນາກ່ຽວກັບສັນຍາການຄ້າເສລີຫວຽດນາມ-ອີຢູຢູ່ແບນຊິກ

ໂອ້ລົມສົນທະນາກ່ຽວກັບສັນຍາການຄ້າເສລີຫວຽດນາມ-ອີຢູຢູ່ແບນຊິກ - ảnh 1
ທ່ານ Mauro Petriccione, ຫົວໜ້າ​ຄະນະ​ເຈລະຈາ ອີ​ຢູ
 ກ່າວຄຳເຫັນທີ່ກອງປະຊຸມ


(vovworld) – ວັນ​ທີ 19/5, ຢູ່ສຳນັກງານລັດຖະສະພາ​ເຂດ Flamand, ອົງການສະຫະພັນ​ແບນ​ຊິກ-​ຫວຽດນາມ (BVA) ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ-​ສະຫະພາບ​ເອີລົບ (EVFTA). ຫວຽດນາມ-​ອີ​ຢູ ພວມ​ຢູ່ໃນ​ໄລຍະ​ສຸດ​ທ້າຍ​​ຂອງການ​ເຈລະຈາ ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ ​ເພື່ອ​​​ແນ​​ໃສ່​ກ້າວ​ໄປ​ສູ່ການ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ​ໂດຍ​ໄວ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ Mauro Petriccione, ຫົວໜ້າ​ຄະນະ​ເຈລະຈາ ອີ​ຢູ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ​​ໃນວິວັດທະນາ​ການ​ເຈລະຈາ, ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ສາມາດ​ບັນລຸ​ໄດ້​ນັ້ນແມ່ນ: ​ເຄື່ອງ​ເຟີນີ​ເຈີ, ການ​ບໍລິການ, ການ​ລົງທຶນ, ຮົ້ວ​ກີດ​ຂວາງດ້ານພາສີ​ອາກອນ​, ກຳລັງ​ແກ່ງ​ແຍ້​ງ ​ແລະ ພັດທະນາ​ແບບ​ຢືນ​ຢົງ. ທ່ານ​ກໍ​ຕີ​ລາຄາ​ສູງ​ພື້ນຖານ​ເສດຖະກິດ ຫວຽດນາມ ທີ່​ຂະຫຍັນ​ຂັນ​ເຄື່ອນ, ພັດທະນາ​ເປັນ​ຢ່າງ​ດີ ​ແລະ ມີ​ແງ່​ຫວັງ​ຫຼາຍ​ຢ່າງ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ນັກ​ລົງທຶນ​ທີ່​ມາ​ຈາກ​ ເອີລົບ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ  ​ໄດ້​ເຕື້ອງ​ເຖິງ​ບັນດາ​ຜົນ​ປະ​ໂຫຍ​ດ ​ເຊິ່ງ EVFTA ຈະນຳ​ມາ​ໃຫ້​ພື້ນຖານ​ເສດຖະກິດ ຫວຽດນາມ ​ແລະ ອີ​ຢູ ຄື: ສ້າງ​ຕະຫຼາດ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​​ເປັນສະຫງົບ​ປົກກະຕິ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ສູງ​ໃຫ້​ແກ່ 2 ຝ່າຍ. ພ້ອມ​ກັນນັ້ນ, EVFTA ສາມາດ​ຊ່ວຍ​ ອີ​ຢູ ສ້າງ​ຄວານ​ດຸນ​ດຽງການ​ຄ້າ​ກັບ ຫວຽດນາມ, ຊຸກຍູ້​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຜ່ານ​ການ​ຫັນ​ການ​ຄ້າ​ເປັນ​ເສລີ ​ແລະ ​ແຊກ​ຊຶມກັບ​ຕະຫຼາດ.

ຂ່າວ/ບົດ​ອື່ນ