ໂອ້ລົມສົນທະນາ”ຄວາມຮັບຮູ້ກ່ຽວກັບເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ”

ໂອ້ລົມສົນທະນາ”ຄວາມຮັບຮູ້ກ່ຽວກັບເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ” - ảnh 1
ພາບ​ປະ​ກອບ:internet

(vovworld)-ການ​ໂອ້​ລົມ​ສົນ​ທະ​ນາ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/2 ຢູ່​ຮ່າ​ໂນ້ຍ ເພື່ອ​ປະ​ກອບ​ສ່ວນ​ຮັບ​ໃຊ້​ເລື່ອງ​ສືບ​ຕໍ່​ສ້າງ​​ບົດ​ລາຍ​ງານ​ສະ​ຫລຸບ​ບາງ​ບັນ​ຫາ​ທິດ​ສະ​ດີ-ພຶດ​ຕິ​ກຳ ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ແລະ ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 9 ທີ່ກອງ​ປະ​ຊ​ຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ສົມ​ບູນ​ແບບ. ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ເນັ້ນ​ຫນັກ​ວ່າ ໃນ​ວິ​ວັດ​ການ​ປ່ຽນ​ໃຫມ່, ພັກ​ນັບ​ມື້​ນັບ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ, ໃກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ຈິງ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ກວ່າ. ສາດ​ສະ​ດາ​ຈານ, ດ​ຣ ກາວ​ຊວ​ນ​ທັງ, ຮອງ​ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຖື​ວ່າ:

        “ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ບໍ່​ພ​ຽ​ງ​ແຕ່​ສະ​ແດງ​ໃນ​ການ​ຈຳ​ຫນ່າຍ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ໃນ​ວິ​ວັດ​ການ​ຈັດ​ຕັ້ງ​ການ​ຜະ​ລິດ​ອີກ​ດ້ວຍ. ບັນ​ດາ​ຮູບ​ການ​ຊື່ງ​ພວກ​ເຮົາ​ລະ​ດົມ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ເຂົ້າ​ຮ່ວມ ລວມ​ມີ​ ກາ​ລະ​ໂອ​ກາດ​ໃຫ້​ແກ່​ປະ​ຊາ​ຊົນເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.”

 

 

ຂ່າວ/ບົດ​ອື່ນ