ໂອ້ລົມສົນທະນາຮູບແບບ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສະພາລັດຖະທຳມະນູນຢູ່ບາງປະເທດ

ໂອ້ລົມສົນທະນາຮູບແບບ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສະພາລັດຖະທຳມະນູນຢູ່ບາງປະເທດ - ảnh 1
ການໂອ້​ລົມ​ສົນທະນາ​ຂອງຄະນະ​ບັນ​ນາ​ທິການ​
ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ
(ພາບ: vietnamplus.vn)


(vovworld) ​ຮູບ​ແບບ​ຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ສະພາ​ລັດຖະທຳ​ມະນູນ​ຢູ່​ບາງ​ປະ​ເທດ ​ແມ່ນ​ເນື້ອ​ໃນ​ຂອງ​ການ​ໂອ້​ລົມ​ສົນທະນາ​ໂດຍ​ຄະນະ​ບັນ​ນາ​ທິການ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 03/05, ຢູ່​ຮ່າ​ໂນ​້ຍ. ຕາມ​ຄະນະ​ບັນນາທິການ​ແລ້ວ, ​ເລື່ອງ​ຮັບປະກັນ​ລັກສະນະ​ປະສິດທິພາບສູ​ງສຸດ​ຂອງ​ລັດຖະມຳມະນູນ​ໃນ​ລະບົບ​ກົດໝາຍ ​ແລະ ຮັບປະກັນ​ເພື່ອ​ໃຫ້​ທຸກໆຄົນ​ໃນສັງຄົມ​ເຄົາລົບ ​ແລະ ປະຕິບັດ​​ຂໍ້​ກຳນົດຕ່າງໆ​ຂອງ​ລັດຖະທຳ​ມະນູນຢ່າງ​ເຂັ້ມ​ງວດ ຍາມ​ໃດ​ກໍ​ແມ່ນ​ບັນຫາ​​ເຊິ່ງບັນດາ​ປະ​ເທດ​​ໃນ​ໂລກ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ຫວຽດນາມ. ​ເພື່ອ​ສ້າ​ງຕັ້ງ​ກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ​ຢູ່​ຫວຽດນາມ, ຮ່າງ​​ລັດຖະທຳ​ມະນູນ​ (ສະບັບປັບປຸງ) ໄດ້ດຳ​ນົດ​ການ​ສ້າງ​ຕັ້ງສະພາ​ລັດຖະທຳ​ມະນູນ ​ເພື່ອ​ແນ​ໃສ່ສະໜອງ​ຂໍ້​ມູນ​ຂ່າວສານຕື່ມ​ອີກ ຮັບ​ໃຊ້ວິວັດທະນາ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992, ຄະນະ​ບັນນາທິການ​ໄດ້​ເປັນ​ຜູ້ຮັບຜິດຊອບ​ການ​ຄົ້ນຄວ້າ, ຮຽບຮຽງ​ປື້​ມ​ເອກະສານ​ທາບທາມ​ກ່ຽວ​ກັບ​ສະພາ​ລັດຖະທຳ​ມະນູນ​ຂອງ​ບາງ​ປະ​ເທດ​ໃນ​ໂລກ. ​ເນື້ອ​ໃນ​ຂອງ​ປື້​ມດັ່ງກ່າວ​ແມ່ນ​ໂຄສະ​ນາ​ກ່ຽວ​ກັບ​ໂຄງປະກອບການ​ຈັດ​ຕັ້ງ ​ແລະ ແບບວິທີ​ຂອງ​ສະພາ​ລັດຖະທຳ​ມະນູນ​ຂອງ​ບັນດາ​ປະ​ເທດ ​ເມື່ອແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ປົກ​ປ້ອງ​ລັດຖະທຳ​ມະນູນ. ຈາກ​ນັ້ນຈະ​ຖອດ​ຖອນ​ບົດຮຽນ​ທີ່​ລຳ້ຄ່າ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ຄົ້ນ​ຄ້ວາ, ກໍ່ສ້າງ​ກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ​ຢູ່​ຫວຽດນາມ ຜ່ານ​ການ​ປັບປຸງ​ລັດຖະມຳມະນູນ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ