ໂອ້ລົມສົນທະນາແງ່ຫວັງການຮ່ວມມືຫວຽດນາມ-OECD

ໂອ້ລົມສົນທະນາແງ່ຫວັງການຮ່ວມມືຫວຽດນາມ-OECD - ảnh 1
ການ​ໂອ້​ລົມ​ສົນທະນາ “​ແງ່​ຫວັງ​ການ​ຮ່ວມ​ມື
ຫວຽດນາມ - OECD ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ກວມ​ລວມ”
(ພາບ: qdnd.vn)

(vovworld) –​​​ ​ ວັນ​ທີ 18/11, ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ສົມທົບ​ກັບ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (OECD) ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ “​ແງ່​ຫວັງ​ການ​ຮ່ວມ​ມື ຫວຽດນາມ - OECD ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ກວມ​ລວມ” ຢູ່​ຮ່າ​ໂນ້ຍ, ຊຶ່ງ​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ສະ​ຖາ​ບັນ​ຄົ້ນຄວ້າ, ນັກ​ຊ່ຽວຊານ, ນັກຮຽນ​ຮູ້, ວິ​ສາ​ຫະກິດ ຫວຽດນາມ; ນັກ​ຊ່ຽວຊານ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ​ໃນ​ຂົງ​ເຂດ​ການ​ເຕີບ​ໂຕກ​ວມລວມ ​ແລະ ຜູ້ຕາງໜ້າ​ສະຖານທູດ​​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຫວູກວາງ​ມິ​ງ ຜູ້​ຊ່ວຍ​ວຽກ​​ລັດຖະມົນຕີ, ຫົວໜ້າ​ກົມສັງ​ລວມ​​ເສດຖະກິດກະຊວງ​ການ​ຕ່າງປະ​ເທດ ​ເນັ້ນ​ໜັກ​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ​ຍັງ​ໃຫຍ່​ຫລວງ​ຢູ່, ພິ​ເສດ ​ແມ່ນ​ເມື່ອ​ການພັດທະນາ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ທ່ານ ຫວູກວາງ​ມິ​ງ ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ ຜັນ​ຂະຫຍາຍ​ໂຄງການ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ ຫວູກວາງ​ມິ​ງ ປາດ​ຖະໜາ​ຢາກ​ໃຫ້​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ ​ເພີ່ມ​ທະວີ​ໜູນ​ຊ່ວຍ ຫວຽດນາມ ປະຕິ​ຮູບ​ເສດຖະກິດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ໂດຍ​ຜ່ານ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື 2 ຝ່າຍ, 3 ຝ່າຍ ​ແລະ ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ