ໂຮງໝໍກາງ​ສະໜາມຢູ່​ເມືອງ ຮວ່າ​ວາງ ​ໄດ້​ກຽມພ້ອມ​ຮັບ​ເອົາ​ຄົນ​ເຈັບ​ຕິດ​ເຊື້ອ​ໂຄ​ວິດ - 19

(VOVWORLD) -ໂຮງໝໍກາງສະໜາມຢູ່ເມືອງ ຮວ່າວາງ ມີຕຽງນອນ 200 ຕຽງ, ເຊິ່ງໄດ້ນໍາໃຊ້ເປັນບ່ອນແຍກຕົວ, ເບິ່ງແຍງດູແລ ແລະ ປ່ິນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19.
ໂຮງໝໍກາງ​ສະໜາມຢູ່​ເມືອງ ຮວ່າ​ວາງ ​ໄດ້​ກຽມພ້ອມ​ຮັບ​ເອົາ​ຄົນ​ເຈັບ​ຕິດ​ເຊື້ອ​ໂຄ​ວິດ - 19 - ảnh 1 ໂຮງໝໍດັ່ງກ່າວມີຕຽງນອນ 200 ຕຽງ, ເຊິ່ງໄດ້ນໍາໃຊ້ເປັນບ່ອນແຍກຕົວ, ເບິ່ງແຍງດູແລ ແລະ ປ່ິນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 (ພາບ: tintuc.vn)

        ຕອນເຊົ້າວັນທີ 01 ສິງຫາ, ພາຍຫຼັງການກະກຽມຢ່າງຕັ້ງໜ້າໃນຄືນໜຶ່ງ, ໂຮງໝໍກາງສະໜາມຢູ່ສູນສາທາລະນະສຸກ ເມືອງຮວ່າວາງ, ນະຄອນດ່າໜັງ ໄດ້ສໍາເລັດໂດຍພື້ນຖານ ແລະ ກຽມພ້ອມຮັບເອົາຄົນເຈັບຕິດເຊື້ອໂຄວິດ - 19. ໂຮງໝໍດັ່ງກ່າວມີຕຽງນອນ 200 ຕຽງ, ເຊິ່ງໄດ້ນໍາໃຊ້ເປັນບ່ອນແຍກຕົວ, ເບິ່ງແຍງດູແລ ແລະ ປ່ິນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19.

        ຄາດວ່າ, ໂຮງໝໍດັ່ງກ່າວຈະປິ່ນປົວໃຫ້ກໍລະນີເຈັບໜັກ, ບັນດາກໍລະນີມີພະຍາດປະຈໍາຕົວທີ່ສັບສົນຄື ເຈັບໝາກໄຂ່່ຫຼັງ, ໂລກຫົວໃຈ, ຜູ້ມີອາຍຸສູງ.... ນອກຈາກການກະກຽມ 100 ຕຽງນອນໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19 ແລ້ວ, ພະນັກງານ, ແພດໝໍຈໍານວນ 200 ຄົນ ກໍຈະປະຕິບັດການແຍກຕົວ ແລະ ເຮັດວຽກຢູ່ໂຮງໝໍດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ