ໂຮງໝໍເດັກເລກ 1 ນະຄອນໂຮ່ຈິມິນດຳເນີນການຜ່າຕັດກໍລະນີພິການຫົວໃຈຢ່າງສຳເລັດຜົນ

ໂຮງໝໍເດັກເລກ 1 ນະຄອນໂຮ່ຈິມິນດຳເນີນການຜ່າຕັດກໍລະນີພິການຫົວໃຈຢ່າງສຳເລັດຜົນ - ảnh 1
ບັນ​ດາ​ທ່ານ​ໝໍ​ໃນ​ໂຮງ​ໝໍ​ເດັກ​ເລກ 1 ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ກອບ​ກູ້​ເອົາ​ຊີ​ວິດ​ຂອງ​ເດັກ​ສາວ​ມີ​ອາ​ຍຸ 2 ເດືອນ ຖືກ​ພິ​ການ​ຫົວ​ໃຈ​ມາ​ແຕ່​ເກີດ


(vovworl)- ພາຍຫຼັງ​ດຳ​ເນີນ​ການ​ຜ່າ​ຕັດ​ມ​າ​ເປັນ​ເວ​ລາກວ່າ 4 ຊົ່ວ​ໂມງ, ວັນ​ທີ 31/3, ບັນ​ດາ​ທ່ານ​ໝໍ​ໃນ​ໂຮງ​ໝໍ​ເດັກ​ເລກ 1 ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ກອບ​ກູ້​ເອົາ​ຊີ​ວິດ​ຂອງ​ເດັກ​ສາວ​ມີ​ອາ​ຍຸ 2 ເດືອນ ຖືກ​ພິ​ການ​ຫົວ​ໃຈ​ມາ​ແຕ່​ເກີດ. ນີ້​ແມ່ນກ​ໍ​ລະ​ນີ​ຜ່າ​ຕັດ​ທີ່​ເຄີຍ​ປະ​ຕິ​ບັດ​ເປັນ​ເທື່ອ​ທີ 5 ໃນ​ໂລກ ແລະ ເປັນ​​ກໍ​ລະ​ນີທຳ​ອິດຢູ່​ຫວຽດ​ນາມ. ທ່ານ​ໝໍ ຮ່າ​ວັນ​ເລື້ອງ ສັງ​ກັດ​ຂະ​ແໜງ​ຜ່າ​ຕັດ, ວາງ​ຢາ​ສະຫຼົບ​ຟື້ນ​ຟູ​ຊີບ ຜູ້ເຂົ້າຮ່ວມ​ການ​ຜ່າ​ຕັດ​ໃຫ້​ຮູ້​ວ່າ :

    “ ສຳ​ລັບ​ກໍ​ລະ​ນີ​ຜ່າ​ຕັດ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ຕິດ​ຕາມ​ຢ່າງ​ລະ​ອຽດ. ຖ້າ​ຫາກ​ແລກ​ປ່ຽນພຽງເລກ​ໜ້ອຍ, ຄົນ​ເຈັບ​ອາດ​ຈະ​ເສຍ​ຊີ​ວິດ. ເພາະ​ເສັ້ນໂລ​ຫິດ​ແດງ​ຫົວ​ໃຈ ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ໝາກ​ຫົວ​ໃຈ​ແຕ່​ໃນ​ກໍ​ລະ​ນີນີ້, ການ​ເດີນ​ເລືອດ​ຂອງ​ເສັ້ນ​ໂລ​ຫິດ​ແດງ​ຫົວ​ໃຈ​ນີ້ ແມ່ນ​ຜິດ​ປົກ​ກະ​ຕິ ”

ຕອບກັບ

ຂ່າວ/ບົດ​ອື່ນ