ໂຮ້ຍ​ອານ Show ວາດ​ພາບທ່າເຮືອ​ການ​ຄ້າ ໂຮ້ຍ​ອາຍ​ເກົ່າ ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ

(VOVWORLD) -ລາຍການສະແດງສິລະປະ ໂຮ້ຍອານ Show ນອນໃນບັນດາການເຄື່ອນໄຫວເລີ່ມຕົ້ນເຄື່ອນໄຫວການທ່ອງທ່ຽວຂອງໂຮ້ຍອານຄືນ ໃນໄລຍະຫຼັງໂຄວິດ - 19. 
ໂຮ້ຍ​ອານ Show ວາດ​ພາບທ່າເຮືອ​ການ​ຄ້າ ໂຮ້ຍ​ອາຍ​ເກົ່າ ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ - ảnh 1ລາຍການສະແດງສິລະປະ ໂຮ້ຍອານ Show

ຕອນຄ່ຳວັນທີ 28 ມີນາ, ຢູ່ຄຸ້ມເມືອງເກົ່າໂຮ້ຍອານ, ຄະນະກຳມະການປະຊາຊົນນະຄອນໂຮ້ຍອານ, ວິທະຍຸກະຈາຍສຽງ ຫວຽດນາມ ແລະ ສະມາຄົມການທ່ອງທ່ຽວແຂວງກ໋ວາງນາມ ສົມທົບກັນ ຈັດຕັ້ງງານສະແດງສິລະປະ ສະພາບຕົວຈິງ “ໂຮ້ຍອາຍ Show”. ນີ້ແມ່ນຄັ້ງທຳອິດທີ່ລາຍການໄດ້ວາດພາບເຖິງ ທ່າເຮືອການຄ້າ ໂຮ້ຍອານເກົ່າ ດ້ວຍບັນດາເລື່ອງລາວເທບນິຍາຍ ກ່ຽວກັບວັດ ຍີ່ປຸ່ນ ເກົ່າແກ່.

        ລາຍການສະແດງສິລະປະ ໂຮ້ຍອານ Show ນອນໃນບັນດາການເຄື່ອນໄຫວເລີ່ມຕົ້ນເຄື່ອນໄຫວການທ່ອງທ່ຽວຂອງໂຮ້ຍອານຄືນ ໃນໄລຍະຫຼັງໂຄວິດ - 19. ທ່ານນາງ ຟ້າມທິຮ່າ, ແຂກທ່ອງທ່ຽວຢູ່ນະຄອນ ຮ່າໂນ້ຍ ໄປຢ້ຽມຢາມໂຮ້ຍອາຍກ່າວວ່າ:

        ໄລຍະທີ່ຜ່ານມາ ມີແຂກທ່ອງທ່ຽວຫຼາຍຄົນໄດ້ກັບຄືນມາໂຮ້ຍອານ. ຂ້າພະເຈົ້າຮູ້ສຶກວ່າ ປະຊາຊົນໂຮ້ຍອານ ຢູ່ທີ່ນີ້ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອດຶງດູດແຂກທ່ອງທ່ຽວ. ໃນການທ່ອງທ່ຽວຄັ້ງນີ້ຂ້າພະເຈົ້າຮູ້ສຶກມ່ວນ ແລະ ດີໃຈຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ