ໂຮ້ຍ​ອານ, ນະ​ຄອນຫຼວງ​ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈີ​ມິນ ສືບ​ຕໍ່​ພິ​ຊິດ ແຂກ​ທ່ອງ​ທ່ຽວ ຂອງ Tripadvisor

(VOVWORLD) -  ໂຮ້ຍອານ ໄດ້ຮັບການແນະນຳແມ່ນສະຖານທີ່ທ່ອງທ່ຽວນອນຢູ່ແຄມທະເລເຂດພາກກາງຫວຽດນາມ, ເຊິ່ງແມ່ນສະຖານທີ່ທ່ອງທ່ຽວ ບໍ່ສາມາດພາດໄດ້ຂອງແຂກທ່ອງທ່ຽວທົ່ວໂລກ.
ໂຮ້ຍ​ອານ, ນະ​ຄອນຫຼວງ​ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈີ​ມິນ ສືບ​ຕໍ່​ພິ​ຊິດ ແຂກ​ທ່ອງ​ທ່ຽວ ຂອງ Tripadvisor - ảnh 1ໂຮ້ຍອານ (ພາບ: ກົມທ່ອງທ່ຽວແຫ່ງຊາດ)

ຕາມຂໍ້ມູນຫຼ້າສຸດຈາກຊ່ອງທ່ອງທ່ຽວແບບທາງໄກແຖວໜ້າໂລກ Tripadvisor ແລ້ວ, ລາງວັນ Travelers’ Choice Best of the Best ປີ 2023 ສືບຕໍ່ເຊີດຊູ ໂຮ້ຍອານ, ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ນີ້ແມ່ນລາງວັນທີ່ມີອິດທິພົນຊື່ສຽງ ເພື່ອແນໃສ່ເຊີດຊູບັນດາສະຖານທີ່ທ່ອງທ່ຽວທີ່ໄດ້ຮັບການຕີລາຄາສູງທີ່ສຸດຈາກແຂກທ່ອງທ່ຽວ ໃນໄລຍະ 12 ເດືອນຜ່ານມາ.

ໃນຂະນະຂັ້ນ ມໍລະດົກ UNESCO - ເມືອງເກົ່າໂຮ້ຍອານ ຢືນຢູ່ອັນດັບທີ 2 ແລະ ນະຄອນ ໂຮ່ຈີມິນຢືນຢູ່ອັນດັບທີ 11 ໃນຕາຕະລາຈັດອັນດັບ 25 ສະຖານທີ່ທ່ອງທ່ຽວ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກ. ໂຮ້ຍອານ ໄດ້ຮັບການແນະນຳແມ່ນສະຖານທີ່ທ່ອງທ່ຽວນອນຢູ່ແຄມທະເລເຂດພາກກາງຫວຽດນາມ, ເຊິ່ງແມ່ນສະຖານທີ່ທ່ອງທ່ຽວ ບໍ່ສາມາດພາດໄດ້ຂອງແຂກທ່ອງທ່ຽວທົ່ວໂລກ.

ໃນຂະນະນັ້ນ, ນະຄອນຫຼວງຮ່າໂນ້ຍ ຢືນຢູ່ອັນດັບທີ 17 ໃນຕາຕະລາງຈັດອັນດັບ ດັ່ງກ່າວ. Tripadvisor ໃຫ້ຂໍ້ສັງເກດວ່າ ນະຄອນຫຼວງທີ່ເກົ່າແກ່ແມ່ນສະຖານທີ່ທ່ອງທ່ຽວສຳລັບຜູ້ຄົນທີ່ມັກຮັກຄວາມງາມແບບດັ້ງເດີມ.

ຕອບກັບ

ຂ່າວ/ບົດ​ອື່ນ