ໂຮນລັງ ຮັບບັນດາ ເຄ່ືອງໃຊ້ສ່ວນຕົວຂອງຜູ້ໂດຍສານໃນເຫດເຮືອບິນ MH17 ຕົກ

ໂຮນລັງ ຮັບບັນດາ ເຄ່ືອງໃຊ້ສ່ວນຕົວຂອງຜູ້ໂດຍສານໃນເຫດເຮືອບິນ MH17 ຕົກ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 27/07, ກຳລັງ​ທວງ​ໃຫ​້ຫັນ​ເປັນ​ສະຫະພັນ​ຢູ່ທິດ​ຕາ​ເວັນ​ອອກ​ຢູ​ແກຼນ ​ໃຫ້​ຮູ້​ວ່າ ມີ​ຕູ້​ລົດ​ໄຟຕູ້​ໜຶ່ງ​ທີ່ບັນຈຸ​ເຄ່ືອງ​​ໃຊ້​ສ່ວນ​ຕົວ​ຂອງ​ບັນດາ​ຜູ້​ໂດຍສານຖືກ​ເສຍ​ຊີວິດ​ໃນ​ເຫດ​ເຮືອ​ບິນ MH17 ຂອງ​ບໍລິສັດ​ການບິນ Malaysia Airlines ຕົກຢູ່​ທາງ​ທິດຕາ​ເວັນ​ອອກ​ຢູ​ແກຼນ ​ໄດ້​ມອບ​ໃຫ້​ເຈົ້າ​ໜ້າ​ທີ່​ໂຮ​ນລັງ. ທ່ານ Sergei Kavtaradze, ສະມາຊິກ “ສະພາ​ປ້ອງ​ກັນຄວາມ​ສະຫງົບ” ຂອງ​ສາທາລະນະ​ລັດ​ປະຊາຊົນ Donnetsk ​ແຈ້ງວ່າ​ ຕູ້​ລົດ​ໄຟດັ່ງກ່າວ​ໄດ້​ຕິດ​ປະກາດ​ໄວ້ ແລະ ພ້ອມ​ແລ້ວ​ທີ່ຈະ​ນຳ​ອອກ​ຈາກ​ເຂດ​ດິນ​ແດນ​ໂດຍ​ກຳລັງ​ນີ້​​ຄວບ​ຄຸມ​ແລ້ວ. ​ເຄ່ືອງ​ໃຊ້​ສ່ວນ​ຕົວ​ຂອງ​ບັນດາ​ຜູ້​ໂດຍສານ​ໃນ​ເຮືອບິນ​​ດັ່ງກ່າວ​ບັນຈຸ​ໃນຕູ້​ລົດ​ໄຟ​ແລ້ວ ​ແລະ ມອບ​ໃຫ້​ເຈົ້າ​ໜ້າ​ທີ່​ໂຮ​ນລັງ ​ທີ່​ມີໜ້າ​ຢູ່​ທິດຕາ​ເວັນ​ອອກຢູ​ແກຼນ.

        ​ໂດຍ​ແມ່ນ​ປະ​ເທດ​ທີ່ມີ​ຜູ້​ຖືກ​ເຄາະ​ຮ້າຍ​ຫຼາຍ​ກວ່າ​ໝູ່​ໃນ​ເຫ​ດ​ເຮືອບິນ MH17 ຕົກ, ​ໂຮ​ນລັງ ​ໄດ້​ຮັບ​ໜ້າ​ທີ່​ເປັນຫົວ​ໜ້າໃນ​ການ​ສືບສວນ​ສາກົນ ​ເພື່ອ​ເຮັດ​ແຈ້ງ​ສາຍເຫດເຮືອບິນ MH17 ຕົກ, ​​ເຊິ່ງພາ​ໃຫ້​ຜູ້​ໂດຍສານ 298 ຄົນ ​ແລະ ຈຸ​ບິນ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ