ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 12.477 ຄົນ

(VOVWORLD) -ນັບແຕ່ເວລາ 17 ໂມງ ຂອງວັນທີ 5 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 6 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 12.481 ຄົນ, ໃນນັ້ນ ມີ 4 ຄົນມາຈາກຕ່າງປະເທດ, ສ່ວນຈຳນວນ 12.477   ຄົນແມ່ນຢູ່ພາຍໃນປະເທດ ,ນະຄອນໂຮ່ຈິມິນມີ 7.122 ກໍລະນີ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 12.477   ຄົນ - ảnh 1ການເອົາຕົວຢ່າງວິໄຈຫາເຊື້ອ

   ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 536.788  ຄົນ, ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດໃນວັນທີ 6 ກັນຍາ ແມ່ນ 9.730  ຄົນ , ອັນໄດ້ຍົກຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ຂຶ້ນເຖິງ 301.457 ຄົນ.

    ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 311  ຄົນ. ມີ 9 ໃນຈຳນວນ 63 ແຂວງ, ນະຄອນ ຜ່ານ 14 ວັນ ບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍປະເທດຄື : ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ, ອຽນບ້າຍ, ຮ່າຢາງ, ຖ້າຍງວຽນ, ດ້ຽນບຽນ, ວີ້ງຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ