ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 12.663 ຄົນ

(VOVWORLD) -ນັບແຕ່ເວລາ 17 ໂມງ ຂອງວັນທີ 7 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 8 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍປະເທດ ຈຳນວນ 12.663 ຄົນ ແລະ 17 ຄົນມາຈາກຕ່າງປະເທດ, ສະເພາະນະຄອນໂຮ່ຈິມິນມີ 7.308  ກໍລະນີ, ບີງເຢືອງ 3.172 ກໍລະນີ, ດົງນາຍ 814 ກໍລະນີ. ສ່ວນນະຄອນຫຼວງຮ່າໂນ້ຍ ມີ 40 ກໍລະນີ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 12.663  ຄົນ - ảnh 1ນະຄອນດານັ້ງຜັນຂະຫຍາຍການສັກວັກຊິນກັນໂຄວິດ-19

  ໃນວັນທີ 8 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 13.937 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຢູ່ 11 ແຂວງ, ນະຄອນ ຖືກເສຍຊີວິດ ແມ່ນ 335  ຄົນ.

     ເປັນອັນວ່າ ໄລຮອດວັນທີ 8 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 563.676  ຄົນ, ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 322.873   ຄົນ ແລະ 14.135 ຄົນ ເສຍຊີວິດ

      ປະຈຸບັນ, ມີ 9 ໃນຈຳນວນ 63 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ , ອຽນບ້າຍ, ຮ່າຢາງ, ທ້າຍງວຽນ, ດ້ຽນບຽນ ແລະ ວີ້ງຟຸກ

ຕອບກັບ

ຂ່າວ/ບົດ​ອື່ນ