ໃນ​ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ໂລກລະບາດ​​ໂຄ​ວິດ - 19 ​ເກືອບ 217.000 ຄົນ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 29 ເມສາ, ໂລກໄດ້ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ເກືອບ 217.000 ຄົນແລ້ວ ໃນຍອດຈໍານວນຜູ້ຕິດເຊື້ອທັງໝົດ 3,1 ລ້ານກວ່າຄົນ. ໂລກລະບາດດັ່ງກ່າວໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄວ້ນໃນໂລກ.
ໃນ​ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ໂລກລະບາດ​​ໂຄ​ວິດ - 19 ​ເກືອບ 217.000 ຄົນ - ảnh 1ລົດສຸກເສີນຢູ່ອາເມລິກາ ໃນສະພາບໂລກລະບາດໂຄວິດ - 19 ພວມແຜ່ລາດບາດຢ່າງຮ້າຍແຮງ (ພາບ:  THX/TTXVN)

ປະເທດທີ່ເກີດໂລກລະບາດຮ້າຍແຮງທີ່ສຸດໃນໂລກ ຍັງແມ່ນອາເມລິກາ ເມື່ອຢັ້ງຢືນວ່າມີຫຼາຍກວ່າ 1 ລ້ານກໍລະນີຕິດເຊື້ອ, ໃນນັ້ນມີກວ່າ 58.300 ຄົນເສຍຊີວິດ. ຢູ່ ແອັດສະປາຍ ກໍ່ໄດ້ລາຍງານໂດຍໃຫ້ຮູ້ວ່າຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວໄດ້ເພີ່ມຂຶ້ນກວ່າ 232 ພັນກໍລະນີແລ້ວ. ອີຕາລີກໍຢັ້ງຢືນມີຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກກວ່າ 2000 ກໍລະນີ, ເຊິ່ງເພີ່ມຂຶ້ນກວ່າ 1.700 ກໍລະນີ ເມື່ອທຽບໃສ່ 1 ວັນກ່ອນໜ້ານັ້ນ. ປັດຈຸບັນ, ແອັດສະປາຍ ແມ່ນປະເທດຢືນອັນດັບທີ 3 ກ່ຽວກັບຈໍານວນຜູ້ຕິດເຊື້ອ ແລະຢືນອັນດັບທີ 2 ໃນທົ່ວໂລກກ່ຽວກັບຈໍານວນຜູ້ເສຍຊີວິດ.

ຝລັ່ງ ເຊິ່ງເປັນປະເທດເກີດໂລກລະບາດຮ້າຍແຮງອັນດັບທີ 4 ໃນໂລກ ໄດ້ຢັ້ງຢຶຶນວ່າ ປະເທດນີ້ມີຜູ້ຕິດເຊື້ອໃໝ່ຕື່ມອີກກວ່າ 2.600 ຄົນ ແລະ 367 ຄົນເສຍຊີວິດ ເມື່ອທຽບໃສ່ໜຶ່ງວັນກ່ອນໜ້ານັ້ນ.

ສ່ວນຢູ່ທະວີບອາຊີ, ອີຣານສືບຕໍ່ແມ່ນປະເທດເກີດໂລກລະບາດຫຼາຍທີ່ສຸດດ້ວຍຍອດຈໍານວນຜູ້ຕິດເຊື້ອກວ່າ 92.500 ຄົນ. ໃນຂະນະນັ້ນ, ຈີນກໍລາຍງານວ່າມີຜູ້ຕິດເຊື້ອໃໝ່ຕື່ມອີກ 22 ຄົນ.

ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຢັ້ງຢືນວ່າມີຈໍານວນຜູ້ຕິດເຊື້ອໂຄວິດ - 19 ທັງໝົດ ແມ່ນເກືອບ 42.000 ຄົນ, ໃນນັ້ນ, ສິງກະໂປ ແມ່ນປະເທດມີຈໍານວນຜູ້ຕິດເຊື້ອຫຼາຍທີ່ສຸດໃນພາກພື້ນ, ຖັດມາແມ່ນອິນໂດເນເຊຍ ແລະຟີລິບປິນຕາມລໍາດັບ. ຕີມໍຕາເວັນອອກ ແລະ ລາວສືບຕໍ່ແມ່ນສອງປະເທດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ໜ້ອຍທີ່ສຸດ. ໃນນັ້ນ, ຫວຽດນາມ, ກໍາປູເຈຍ, ຕີມໍຕາເວັນອອກແລະລາວຍັງບໍ່ພົບກໍລະນີເສຍຊີວິດຈັກຄົນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ