ໃຫ້ຄຳຄິດຄຳເຫັນກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2014

ໃຫ້ຄຳຄິດຄຳເຫັນກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2014 - ảnh 1
(ພາບປະກອບ)
(vovworld) – ​​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 17, ຕອນ​ບ່າຍ​ວັນ​ທີ 15/04, ບັນດາ​ສະມາ​ຊິກຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2014 ​ແລະ ປັບປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2013. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ກັບ​ບົດ​ລາຍ​ງານຂອງ​ລັດຖະບານ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ, ລັດຖະບັນຍັດປີ 2014, ​ໃນ​ນັ້ນ, ສະ​ເໜີນຳ 55 ​ໂຄງການ​ເຊິ່ງລວມມືກົດໝາຍ 53 ສະບັບ ​ແລະ ລັດຖະບັນຍັດ 2 ສະບັບ​ເຂົ້າ​ໃນ​ໂຄງການ​​ປີ 2014, ​ໃນ​ນັ້ນ​ມີ 42 ​ໂຄງ​ການ​ຂຶ້ນ​ກັບ​ໂຄງການ​ເປັນ​ທາງ​ການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ.

“ການ​ເລືອກ​​ເຟັ້ນພາຍຫລັງ​ທີ່ລັດຖະທຳ​ມະນູນ​​ໄດ້​ຮັບ​ການປະກາດ​​ໃຊ້ແມ່ນ​​ໄລຍະທ້າຍ​ປີ​ນີ້, ຈະ​ນຳ​ເຂົ້າ​ໂຄງການ​ຂອງ​ປີ 2014. ກົດໝາຍ​ໃດແມ່ນ​ສຳຄັນ, ​ເຮັດ​ໃນ 1 - 2 ປິ, ມີ​ກົດໝາຍ​ສຳຮອງ.  ກົດໝາຍ​ໃດກະກຽມ​ເປັນ​ຢ່າງ​ດີ​ຈະ​ນຳ​ເຂົ້າ. ຈຳນວນ​ຮ່າງ​ກົດໝາຍ​ຫຼາຍຄື​ແນວ​ນັ້ນ ຕ້ອງ​ຈັດ​ອັນ​ດັບ​ໃຫ້​ບຸລິມະສິດ, ​ໂດຍ​ສະ​ເພາະ​ແມ່ນ​ກົດໝາຍ​ຕາມ​ລັດຖະທຳ​ມະນູນ”.

ວັນ​ທີ 16/04, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດສືບ​ຕໍ່​ເຮັດ​ວຽກ, ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ (ສະບັບ​ປັບປຸງ) ​ແລະ ຮ່າງກົດໝາຍ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ