ໄຂກອງປະຊຸມ APPF 26 ຢ່າງສົມກຽດ: ເພື່ອສັນຕິພາບ, ການປະດິດຄິດສ້າງ ແລະ ການເຕີບໂຕຂຽວ

(VOVWORLD) -   ກອງປະຊຸມ APPF – 26 ໄດ້ດຳເນີນໄປໃນສະພາບການ APPF ຄົບຮອບ 25 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ເຊິ່ງຈະເປັນຂີດໝາຍໃໝ່ໃນປະຫວັດສາດຂອງ APPF, ພ້ອມທັງວາງອອກຄຳຮຽກຮ້ອງຕ້ອງປ່ຽນໃໝ່ໂຄງການດຳເນີນງານ, ກຳນົດວິໄສທັດໃໝ່ໃນ APPF ໃນໄລຍະພັດທະນາຕໍ່ໜ້າ.
ໄຂກອງປະຊຸມ APPF 26 ຢ່າງສົມກຽດ: ເພື່ອສັນຕິພາບ, ການປະດິດຄິດສ້າງ ແລະ ການເຕີບໂຕຂຽວ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນທີ່ກອງປະຊຸມ 


ພິທີໄຂກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF – 26) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງວັນທີ 18 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມພິທີ ມີທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ - ປະທານ APPF 26, ພ້ອມກັບຜູ້ແທນທີ່ຕາງໜ້າໃຫ້ບັນດາຄະນະລັດຖະສະພາສະມາຊິກ, ຜູ້ຕາງໜ້າບັນດາຄະນະທູຕານຸທູດ, ອົງການຈັດຕັ້ງສາກົນກ່ວາ 300 ທ່ານ.

        ກອງປະຊຸມ APPF – 26 ໄດ້ດຳເນີນໄປໃນສະພາບການ APPF ຄົບຮອບ 25 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ເຊິ່ງຈະເປັນຂີດໝາຍໃໝ່ໃນປະຫວັດສາດຂອງ APPF, ພ້ອມທັງວາງອອກຄຳຮຽກຮ້ອງຕ້ອງປ່ຽນໃໝ່ໂຄງການດຳເນີນງານ, ກຳນົດວິໄສທັດໃໝ່ໃນ APPF ໃນໄລຍະພັດທະນາຕໍ່ໜ້າ.

        ຕາມປະທານສະພາແຫ່ງຊາດແລ້ວ,  APPF – 26 ໄດ້ດຳເນີນໃນສະພາບການທີ່ພາກພື້ນ ແລະ ໂລກ ມີສິ່ງທ້າທາຍຫຼາຍຢ່າງ. APPF ພວມຢູ່ໃນຈຸດເວລາຫັນປ່ຽນສຳຄັນ, ວາງອອກໃຫ້ສະມາຊິກລັດຖະສະພາແຕ່ລະຄົນ ບັນດາໜ້າທີ່ໃໝ່ກໍ່ຄືປັບປຸງບັນດາຜົນງານໄດ້ບັນລຸໄດ້ໃນໄລຍະຜ່ານມາ ແລະ ຮຽກຮ້ອງຕ້ອງຍົກການຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່.

        “ທີ່ກອງປະຊຸມຄັ້ງນີ້, ນອກຈາກບັນດາຫົວຂໍ້ກ່ຽວກັບຄວາມໝັ້ນຄົງ, ການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືດ້ານການຄ້າແລ້ວ… ໜຶ່ງໃນບັນດາຄາດໝາຍສູ້ຊົນໃໝ່ແມ່ນສ້າງວິໄສທັດໃໝ່ພາຍຫຼັງ 25 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ພວກເຮົາຈະຕິດແທດກັບຫົວຂໍ້ຂອງກອງປະຊຸມ “ການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ, ການປະດິດຄິດສ້າງ, ການເຕີບໂຕແບບຍືນຍົງ” ແລະ ວິໄສທັດນັ້ນແມ່ນອີງໃສ່ການພົວພັນຄູ່ຮ່ວມມືລັດຖະສະພາຢ່າງແໜ້ນແຟ້ນກ່ວາ, ມີປະສິດທິຜົນກ່ວາ, ຕ້ອງຢືນຢັນຄຳໝັ້ນສັນຍາຢ່າງແຮງກ່ວາເພື່ອເປັນໝາຍສັນຕິພາບ ການພັດທະນາແບບຍືນຍົງ.”


ຕອບກັບ

ຂ່າວ/ບົດ​ອື່ນ