ໄຂ​ກອງ​ປະ​ຊຸມ ຄັ້ງ​ທີ 3 ຄະ​ນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມຊຸດ​ທີ XIII

(VOVWORLD) -ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5 ກໍລະກົດ ຢູ່ນະຄອນຫຼວງ ຮ່າໂນ້ຍ, ໂດຍທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ປະທານປະເທດ ຫງວຽນຊວັນຟຸກບໍລິຫານວາລະໄຂກອງປະຊຸມ.
ໄຂ​ກອງ​ປະ​ຊຸມ ຄັ້ງ​ທີ 3 ຄະ​ນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມຊຸດ​ທີ XIII - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈອງກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ປຶກສາຫາລື, ຕັດສິນບາງບັນຫາສຳຄັນຄື: ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025, ພິຈາລະນາ, ປະກາດໃຊ້ລະບຽບການເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາສູນກາງພັກ ແລະ ລະບຽບການ ເຮັດວຽກຂອງ ຄະນະກຳມະການສູນກາງພັກ, ຂໍ້ກຳນົດປະຕິບັດກົດລະບຽບຂອງພັກ ແລະ ຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ລະບຽບວິໄນຂອງ ພັກ ອາຍຸການຊຸດທີ XIII. ຄະນະບໍລິຫານງານສູນກາງໄດ້ພິຈາລະນາ ກ່ຽວກັບການສືບຕໍ່ບູລະນະບຸກຄະລາກອນບັນດາຕຳແໜ່ງການນຳ ຂອງບັນດາອົງການແຫ່ງລັດອາຍຸການສະພາແຫ່ງຊາດຊຸດທີ XV ເພື່ອໃຫ້ສະພາແຫ່ງຊາດຄັດເລືອກ ຫຼືໃຫ້ສັດຕະຍາບັນຢູ່ກອງປະຊຸມປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ແລະ ບາງບັນຫາສຳຄັນອື່ນໆ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈອງ ໃຫ້ຮູ້ວ່າ:

        ຕ້ອງເຊື່ອມຊືມຢ່າງຖືກຕ້ອງ, ຈັດຕັ້ງປະຕິບັດໃຫ້ເປັນຢ່າງດີ ບັນດາແຜນນະໂຍບາຍ, ລັດຖະນະໂຍບາຍໃຫຍ່ຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກ່ຽວກັບການບູລະນະລະບອບລະບຽບການພັດທະນາຢ່າງຄົບຊຸດ, ກ່ອນອື່ນໝົດ ແມ່ນລະບອບລະບຽບການພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ. ພັດທະນາ ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມໂດຍໄວ ແລະ ຍືນຍົງ; ປັດປຸງ, ເພີ່ມທະວີການຮັກສາເສດຖະກິດມະຫາພາກທີ່ເປັນປົກກະຕິ, ຍົກສູງກຳລັງພາຍໃນ, ສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ່ງຂອງພື້ນຖານເສດຖະກິດ, ການເຕີບໂຕເສດຖະກິດ ທີ່ຕິດພັນກັບການພັດທະນາສັງຄົມ, ສ້າງສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງ ຂອງຊາວຫວຽດນາມ.  ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ, ຮັບປະກັນລັກສະນະດີທີ່ສຸດ ຂອງລະບອບສັງຄົມນິຍົມຢູ່ ຫວຽດນາມ.

ຕາມລາຍການແລ້ວ, ກອງປະຊຸມຈະດຳເນີນຮອດວັນທີ 9 ກໍລະກົດ 2021.

ຕອບກັບ

ຂ່າວ/ບົດ​ອື່ນ