ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ.
ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ - ảnh 1ໄຂກອງປະຊຸມ ຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII

ຕອນເຊົ້າວັນທີ 2 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ, ກ່ຽວຂ້ອງເຖິງການປະຕິບັດສຳເລັດໜ້າທີ່ການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ແຕ່ປັດຈຸບັນຮອດໝົດອາຍຸການ. ນັ້ນແມ່ນ: ສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2023, ແຜນການປີ 2024; ແຜນການການເງິນ - ງົບປະມານແຫ່ງລັດ 3 ປີ 2024 – 2026 ແລະ ວິວັດ ການປະຕິບັດລະບົບເງິນເດືອນໃໝ່, ສະຫຼຸບ 10 ປີແຫ່ງການປະຕິບັດມະຕິ ກອງປະຊຸມ ຄັ້ງທີ 5 ຂອງ ຄະນະບໍລິຫານງານສູນການພັກຊຸດທີ XI ກ່ຽວກັບບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ:

ຕ້ອງມີການໄຈ້ແຍກສະພາບການພາຍໃນປະເທດ, ສາກົນຢ່າງເຖິງກົກເຖິງປາຍ, ເຫັນໄດ້ຊັດບັນດາການປ່ຽນແປງທີ່ເລິກເຊິ່ງ, ການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ຄາດຄະເນໄດ້ທ່າອ່ຽງພັດທະນາໃນໄລຍະຈະມາເຖິງ ເພື່ອມີການເພີ່ມເຕີມຢ່າງທັນການ, ພັດທະນາບາງທັດສະນະ, ແນວຄິດຊີ້ນຳ ແລະ ປັບປຸງບາງໜ້າທີ່, ວິທີການແກ້ໄຂຫຼັກ ທີ່ເໝາະສົມກັບສະພາບການໃໝ່. ສຸມໃສ່ເຮັດໃຫ້ແຈ້ງບັນດາຂໍ້ສະດວກ, ໂອກາດ ທີ່ຕ້ອງກຳແໜ້ນ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ທີ່ຕ້ອງຜ່ານຜ່າເພື່ອເປັນເຈົ້າການແຕ່ໄກ, ໂດຍໄວ; ໃນທຸກກໍລະນີ ແມ່ນລ້ວນແຕ່ປົກປ້ອງເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນແກ່ນ; ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບົບສັງຄົມນິຍົມ; ປົກປ້ອງຜົນປະໂຫຍດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ