ໄຂກອງປະຊຸມCOP21

ໄຂກອງປະຊຸມCOP21 - ảnh 1
ໄຂກອງປະຊຸມCOP21
ພາບ:internet

(vovworld)- ກອງ​ປະ​ຊ​ຸມ​ສຸດຍອດ​ຄັ້ງ​ທີ 21 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP 21) ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ບ່າຍ​ວັນ​ທີ 31/11 ຢູ່ ນະ​ຄອນ​ຫລວງ ປາ​ຣີ ປະ​ເທດ ຝ​ລັ່ງ.  ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ວ່າ​ບັນ​ດາ​ການ​ນຳ​ໂລກ ຈະ​ມີ​ຄວາມ​ຕັດ​ສິນ​ໃຈ​ສູງ ເພື່ອ​ພ້ອມ​ກັນ​ບັນ​ລຸ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ ແນ​ໃສ່​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Bankimoon ເນັ້ນ​ຫນັກ​ເຖິງ​ຜົນ​ສຳ​ເລັດ​ຂອງ COP 21 ແມ່ນ​ອີງ​ໃສ່​ບັນ​ດາ​ການ​ນຳ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ COP 21 ແມ່ນ​ຮັບ​ຮອງ​ເອົາ​ຂອບ​ເຂດ​ກົດ​ໝາຍ​ທົ່ວ​ໂລກ​ໃຫມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄລ​ຍະ​ຫລັງ​ປີ 2020.

ຂ່າວ/ບົດ​ອື່ນ