ໄຂກອງປະຊຸມ​ກາງສະໄໝຄະນະບໍລິຫານງານສູນກາງພັກ ຊຸດທີ XIII

(VOVWORLD) - ບົດລາຍງານສຳຫຼວດກ່ຽວກັບການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາທິການ ກາງສະໄໝ...
ໄຂກອງປະຊຸມ​ກາງສະໄໝຄະນະບໍລິຫານງານສູນກາງພັກ ຊຸດທີ XIII - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VOV)

ກອງປະຊຸມກາງສະໄໝ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.

        ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ປະກອບຄຳເຫັນກ່ຽວກັບບັນດາເນື້ອໃນຄື: ບົດລາຍງານສຳຫຼວດກ່ຽວກັບການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາທິການ ກາງສະໄໝ ແລະ ບາງໜ້າທີ່ຈຸດສຸມຮອດເວລາໝົດສະໄໝກອງປະຊຸມໃຫຍ່ XIII ຂອງພັກ; ຮັບເອົາບັດໄວ້ວາງໃຈຂອງຄະນະບໍລິຫານງານສູນກາງພັກ ສຳລັບບັນດາ ກຳມະການກົມການເມືອງ, ຄະນະເລຂາທິການຊຸດທີ XIII; ແລະ ບາງບັນຫາສຳຄັນອື່ນໆອີກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ: ກອງປະຊຸມມີຄວາມໝາຍສຳຄັນສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ແມ່ນໂອກາດເພື່ອພ້ອມກັນຫວນຄືນ, ຕີລາຄາໂດຍພາວະວິໄສ, ຮອບດ້ານບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ແຕ່ຕົ້ນສະໄໝມາຮອດປະຈຸບັນ:

        “ຕີລາຄາຄຸນນະທາດ, ກຳລັງຄວາມສາມາດ, ໝາກຜົນລະອຽດຢ່າງຖືກຕ້ອງ ເພື່ອປະຕິບັດຖືກກັບພາລະໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ອິດທິພົນຊື່ສຽງຂອງຜູ້ໄດ້ປ່ອນບັດໄວ້ວາງໃຈ. ຮັບປະກັນລັກສະນະປະຊາທິປະໄຕ, ພາວະວິໄສ, ຍຸຕິທຳ, ໂປ່ງໃສໃນການຮັບເອົາບັດໄວ້ວາງໃຈ ແລະ ນຳໃຊ້ໝາກຜົນຂອງການປ່ອນບັດໄວ້ວາງໃຈ. ເດັດດ່ຽວບໍ່ປະໃຫ້ເກີດການລະເມີດ ແລະ ສວຍໃຊ້ການປ່ອນບັດໄວ້ວາງໃຈເພື່ອກໍ່ຄວາມແບ່ງແຍກ, ທຳລາຍຄວາມສາມັກຄີພາຍໃນ”.

        ຕາມແຜນການແລ້ວ, ກອງປະຊຸມຈະດຳເນີນຮອດວັນທີ 17 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ