ໄຂກອງປະຊຸມຂັ້ນສູງເຂດ3ຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ

ໄຂກອງປະຊຸມຂັ້ນສູງເຂດ3ຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ - ảnh 1
ການນຳ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 23/11 ຢູ່ Siem Riep ປະ​ເທດ ກຳປູ​ເຈຍ, ​ໄດ້ໄຂ​​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ 3 ຫ​ຫລ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ, ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາລະ​ໄຂ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ປະ​ເທດ​ເຈົ້າພາບ ກຳປູ​ເຈຍ, ຂອບ​ໃຈ​ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ​ສຸດ​ຈິດ​ສຸດ​​ໃຈຂອງ​ລັດຖະບານ ກຳປູ​ເຈຍ ທີ່ສະຫງວນ​ໃຫ​້ຄະນະ​ຜູ້​ແທນ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຖື​ວ່າ: ​ໃນ​ສະພາບ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນຂາດ​ສະຖຽນ​ລະ​ພາບ, ​ເລື່ອງ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ ສືບ​ຕໍ່​ຮັກສາ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ການ​ເຕີບ​ໂຕ​ເສດຖະກິດ​ບັນລຸ​ລະດັບ​ສູງ​ກ່ວາ​ເມື່ອ​ທຽບ​ໃສ່ສະພາບ​ລວມຂອງ​ພາກ​ພື້ນ, ​ອັນ​ໄດ້ຊ່ວຍ​​ດຶງ​ດູດການ​ລົງທຶນ ​ແລະ ຍົກ​ສູງ​ບົດບາດ​ສາກົນ​ຂອງ​ບັນດາ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ພ້ອມ​ກັບ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ, ການ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ຮອບດ້ານ ກຳປູ​ເຈຍ - ລາວ - ຫວຽດນາມ ນັບ​ມື້​ນັບສະໜິດ​ຕິດ​ພັນ​ຢ່າງ​ແໜ​້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກ່ວາ. ພວກ​ເຮົາ​ພ້ອມ​ກັນ​ຜ່ານ​ຜ່າບັນດາ​ສິ່ງ​ທ້າ​ທາຍລວມຂອງ​ພາກ​ພື້ນ, ຮັບ​ເອົາ​ກາລະ​ໂອກ​າດພັດທະນາ​ໃໝ່, ພ້ອມ​ກັນ​ແບ່ງ​ປັນຜົນ​ປະ​ໂຫຍດ, ພ້ອມ​ກັນ​ເຫັນ​ດີ​ເປັນ​ເອກະ​ພາບ ​ເພື່ອ​ພັດທະນາ​ເສດຖະກິດ. ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້​ປະຊາຊົນ​ໃນ​ພາກ​ພື້ນ​ພວກ​ເຮົາມີ​ຄວາມອິ່ມໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ​ກ່ວາ. ​ເນື່ອງ​ໃນ​ໂອກາດ​ນີ້ ຂ້າພ​ະເຈົ້າ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ສຳລັບ​ການ​ຮ່ວມ​ມື​ເຂດ 3 ຫຼຽມ ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ​ແລະ ຫວັງາ​ວ່າ: ທີ່​ກອງ​ປະຊຸມຄັ້ງ​​ນີ້ 3 ຝ່າຍ​ຈະ​ເຫັນ​ດີ​ເປັນ​ເອກະສັນຕໍ່​ທິດ​ທາງ​ໃຫ້​ແກ່ການ​ຮ່ວມ​ມື 3 ປະ​ເທດ, ພ້ອມ​ກັນ​ສ້າ​ງ​ເຂດ​ເສດຖະກິດ 3 ປະ​ເທດ​ໃຫ້​ມີ​ຄວາມ​ຂະຫຍັນຂັນ​ເຄື່ອນ ​ແລະ ວັດທະນາ​ຖາວອນ. ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​​ເພື່ອ​ປະກອບສ່ວນ​ເຂົ້າ​ການ​ພັດທະນາ​ພາກ​ພື້ນ ”.

       

ຂ່າວ/ບົດ​ອື່ນ