ໄຂກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

(VOVWORLD) -  ຕອນເຊົ້າວັນທີ 11 ມີນາ, ທີ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 32.
ໄຂກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບຄື: ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກວດສອບແຫ່ງລັດ; ຮ່າງກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍສະຖາປັດຕະຍາກຳ; ຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຫໍສະໝຸດ. ຄະນະປະຈຳສະພາແຫ່ງຊາດກໍ່ຈະພິຈາລະນາ, ຮັບຮອງເອົາມະຕິກ່ຽວກັບການຊັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນເມືອງ ແລະ ຂັ້ນຕາແສງໄລຍະປີ 2019 – 2021 ແລະ ປຶກສາຫາລືບາງບັນຫາສຳຄັນອື່ນ.

       ພາຍຫລັງໄຂກອງປະຊຸມ, ພາຍໃຕ້ການບໍລິຫານຂອງທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກວດສອບແຫ່ງລັດ.

ແລະ ກໍ່ໃນຕອນບ່າຍວັນທີ 11 ມີນາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ). ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ 2009. ກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ) ຄວນສືບຕໍໍ່ຊາບຊຶມແຜນນະໂຍບາຍ, ມະຕິຂອງພັກ, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບຂອງເຂດຈຸດສຸມປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ