ໄຂກອງປະຊຸມຄັ້ງທີ 6 ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF)

(VOVWORLD) - ຕອນເຊົ້າວັນທີ 27 ມິຖຸນາ, ທີ່ນະຄອນ ດ່າໜັງ, ໄດ້ໄຂກອງປະຊຸມຄັ້ງທີ 6 ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF).
ໄຂກອງປະຊຸມຄັ້ງທີ 6 ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF) - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

 ກ່າວຄຳເຫັນທụກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ໂດຍແມ່ນປະເທດພວມພັດທະນາ, ຫວຽດນາມ ຕ້ອງປະເຊີນໜ້າຕໍ່ບັນດາບັນຫາກ່ຽວກັບການຊຸດໂຊມ, ມົນລະພິດສະພາບແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງຈຳກັດກ່ຽວກັບແຫຼ່ງຊັບພະຍາກອນມະນຸດຫລາຍຢ່າງກໍ່ຕາມ, ແຕ່ລັດຖະບານ ຫວຽດນາມ ເດັດດ່ຽວຜັນຂະຫຍາຍປະສານສົມທົບບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ປຸກລະດົມບັນດາແຫຼ່ງກຳລັງ, ມີຫົວຄິດປະດິດສ້າງ, ການຮ່ວມແຮງຮ່ວມໃຈຂອງທັງປະຊາຄົມວິສາຫະກິດ ແລະ ປະຊາຊົນ. ເດັດດ່ຽວບໍ່ແລກປ່ຽນສິ່ງແວດລ້ອມ ເອົາການພັດທະນາເສດຖະກິດ, ທີ່ສົ່ງຜົນສະທ້ອນເຖິງການພັດທະນາແບບຍືນຍົງ ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ: ຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs 2030), ຄຳໝັ້ນສັນຍາຢູ່ COP-21 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທີ່ກອງປະຊຸມ G7 ເປີດກ້ວາງດຳເນີນຢູ່ ການາດາ ໃນຕົ້ນເດືອນ ມິຖຸນາ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບົດບາດສຳຄັນ, ການຮ່ວມມືຢ່າງມີປະສິດທິຜົນຂອງ GEF ແລະ ເນັ້ນໜັກວ່າ ຈະພ້ອມກັບ GEF ປະຕິບັດໂຄງການລະດັບເຂດ, ເພື່ອມະຫາສະໝຸດປອດຂີ້ເຫຍື່ອ, ຢາງເສດເຫລືອ.

ໄຂກອງປະຊຸມຄັ້ງທີ 6 ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF) - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Achim Steiner

        ຢູ່ນອກກອງປະຊຸມສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມຄັ້ງທີ 6, ຢູ່ດ່າໜັງ ໃນຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານທະນາຄານພັດທະນາ ອາຊີ - ADB Takehiko Nakao, ຜູ້ອຳນວຍການໃຫຍ່ອົງການພັດທະນາສະຫະປະຊາຊາດ (UNDP) ທ່ານ Achim Steiner, ຜູ້ອຳນວຍການໃຫຍ່ອົງການພັດທະນາອຸດສາຫະກຳສະຫະປະຊາຊາດ (UNIDO) ທ່ານ Li Yong, ທ່ານນາງຮອງປະທານທະນາຄານໂລກ (WB) Victoria Kwakwa ແລະ ທ່ານປະທານ Unilever ທົ່ວໂລກ Paul Polman ພວມເຂົ້າຮ່ວມກອງປະຊຸມ GEF 6.

        ທີ່ການຕ້ອນຮັບທ່ານປະທານ ADB Takehiko Nakao, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ສືບຕໍ່ຢຶດໝັ້ນຄາດໝາຍເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຄວບຄຸມເພດານໜີ້ສາທາລະນະຕ່ຳກ່ວາ 65%, ພັດທະນາລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນຊີວິດສັງຄົມ…

ໄຂກອງປະຊຸມຄັ້ງທີ 6 ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF) - ảnh 3 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ອຳນວຍການໃຫຍ່ອົງການພັດທະນາອຸດສາຫະກຳສະຫະປະຊາຊາດ (UNIDO) ທ່ານ Li Yong

         ທີ່ການຕ້ອນຮັບຜູ້ອຳນວຍການໃຫຍ່ອົງການພັດທະນາສະຫະປະຊາຊາດ (UNDP) ທ່ານ Achim Steiner, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Achim Steiner ໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດໃນການປັບປຸງລະບົບການພັດທະນາສະຫະປະຊາຊາດໃນໄລຍະມໍ່ໆມານີ້, ແນໃສ່ໜູນຊ່ວຍບັນດາປະເທດໃນການປະຕິບັດໂຄງການດຳເນີນງານ 2030 ໃຫ້ດີກ່ວາ. 2 ຝ່າຍເຫັນດີເປັນເອກະພາບຄວນຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ສະຫະປະຊາຊາດເວົ້າລວມ ແລະ ຫວຽດນາມ - UNDP ເວົ້າສະເພາະໃຫ້ດີຍິ່ງກ່ວາອີກ.

        ທີ່ການຕ້ອນຮັບທ່ານນາງປະທານທະນາຄານໂລກ (WB) Victoria Kwakwa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫີຮູ້ວ່າ: ກອງປະຊຸມ GEF 6 ພວມດຳເນີນໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການປົກປັກຮັກສາສິ່ງແວດລ້ອມ, ແລະ ຫວຽດນາມ ປາດຖະໜາຢາກດຶງດູດບັນດາແຫຼ່ງກຳລັງລົງທຶນເຂົ້າໃນຂົງເຂດພະລັງງານຜະລິດຄືນໃໝ່.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບປະທານາທິບໍດີ ສ.ນາອຸວູ, ປະທານາທິບໍດີ ສ.ມາດແຊວ ແລະ ປະທານາທິບໍດີ ສ.ກີຢາມາ ./.

ຕອບກັບ

ຂ່າວ/ບົດ​ອື່ນ