ໄຂກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກ ຊຸດທີ 11

ໄຂກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກ ຊຸດທີ 11 - ảnh 1

ໄຂ​ກອງ​ປະຊຸມ​ຄັ້ງ​ທີ 8, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 11

(ພາບ: Trí Dũng/TTXVN).

(vovworld) - ກອງ​ປະຊຸມ​ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 30/9 ຢູ່ຮ່າ​ໂນ້ຍ ​​ເພື່ອ​ປຶກສາ​ຫາລື​ຫຼາຍບັນ​ຫາ​ສຳຄັນ​ກ່ຽວ​ກັບ​ເສດ​ຖະກິດ, ​ການ​ເມື​ອງ - ສັງຄົມຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ່ຈ້ອງ ​ໄດ້​ຊີ້​ແຈ້ງ 5 ໝວດບັນຫາ​ທີ່​ມີ​ລັກສະນະ​ເຈາະ​ຈິ້ມ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ເຊິ່ງກອງ​ປະຊຸມ​ຈະ​ພິຈາລະນາ, ປຶກສາ​ຫາລື ​ແລ​ະ ຕັດສິນ​ໃຈ. ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

    “​ເພື່ອ​ຮັບ​ຮູ້​ສະພາບ​ການ​ຕົວ​ຈິງ​ກ່ຽວ​ກັບ​ເສດຖະກິດ - ສັງຄົມ​ປີ 2013 ຄວນ​ອີງ​ໃສ່​ຂໍ້​ສະຫລຸບ​ຂອງ​ສູນ​ກາງ, ມະ​ຕິ​ຂອງ​ສະພາ​ແຫ່ງ​ຊາດ​ທ້າຍ​ປີ 2012 ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ຂອງ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນບ່ອນພວມ​ປະຕິບັດ​ງານ, ​ໄຈ້​ແຍກ​ສະພາບ​ການ​ຢ່າງ​ລະອຽດ, ຊີ້​ແຈ້ງ​ບັນດາ​ໝາກຜົນ​ທີ່​ບັນ​ລຸ​ໄດ້​ໃນ 9 ​ເດືອນ​ຕົ້ນ​ປີ ​ແລະ ຄາດ​ຄະ​​ເນ​ທັງປີ 2013.”

    ກ່ຽວ​ກັບ​ການ​ປ່ຽນ​ໃໝ່ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ, ຮອບດ້ານ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: ​ຕ້ອງ​ປະກາດ​ໃຊ້​ມະຕິ​ສູນ​ກາງ​ທີ່ເໝາະ​ສົມ​ເພື່ອ​ຊີ້​ນຳ, ນຳພາ​ພັດທະນາ​ຂົງ​ເຂດ ທີ່​ກໍ່​ໄດ້ຮັບ​ຖືວ່າ​ເປັນ​ລັດຖະນະ​ໂຍບາຍອັນ​ດັບ​ໜຶ່ງ​ນີ້. ສຳລັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: ​ສູ​ນກາງ​ໄດ້​ກຳນົ​ດຫຼາຍ​ເທື່ອ​ແລ້ວວ່າ ນີ້​ແມ່ນ​ໜ້າ​ທີ່ສຳຄັນ​ພິ​ເສດ​ຂອງ​ພັກ, ລັດ ​ແລະ ທົ່ວ​ລະບົບ​ການ​ເມືອງ​:

    “​ເວລາ​ຜ່ານ​ມາ, ພວກ​ເຮົາ​ໄດ້​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຊາທິປະ​ໄຕ ​ແລະ ສະຕິ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ສູງ​ສຸດ, ປຸກລະ​ດົມປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ. ສະ​ເໜີ​ໃຫ້​ສູນ​ກາງ​ສືບ​ຕໍ່​ສະຫງວນ​ເວລາ​ເພື່ອ​ຄົ້ນ​ຄ້ວາ, ປຶກສາ​ຫາລື​, ປະກອບ​ຄຳ​ເຫັນລະອຽດ​ເຂົ້າ​ໃນ​ແຕ່ລະພາກ, ມາດຕາ. ພ້ອມ​ທັງ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຊີ້ນຳ, ນຳ​ພາຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາ”

    ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ນີ້, ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ພິຈາລະຈາ, ຕົກລົງ 2 ​ເນື້ອ​​ໃນ​ສຳຄັນ​ແມ່ນ: ປະກາດ​ໃຊ້​ກົດ​ລະບຽບ​ການ​ເລືອກ​ຕັ້ງ​ໃນ​ພັກ ​ແລະ ຂໍ້​ຕົກລົງ​ການ​ສ້າງ​ຕັ້ງ​ບັນດາ​ອະນຸ​ກຳມະການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ. ຕາມ​ລາຍການ​ແລ້ວ, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 (ຊຸດ​ທີ 11) ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 9/10.

ຂ່າວ/ບົດ​ອື່ນ