ໄຂກອງປະຊຸມຄັ້ງທີ 9 ສະພາປະຊາຄົມເສດຖະກິດ ອາຊຽນ

ໄຂກອງປະຊຸມຄັ້ງທີ 9 ສະພາປະຊາຄົມເສດຖະກິດ ອາຊຽນ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 9 ສະພາ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (ຫຼື AEC) ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 10/4, ຢູ່​ປະ​ເທດ ບຣຸ​ໄນ ດ້ວຍ​ໂຄງການ​ດຳ​ເນີນ​ງານ​ອັນ​ດັບ​ໜຶ່ງ ​ແມ່ນ​ຊຸກຍູ້​ການ​ສ້າງ​ຕັ້ງ AEC ກ່ອນ​ປີ 2015. ສະພາ AEC​ ​ແມ່ນ​ 1 ​ໃນ 3 ສະພາ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ຕິດຕາມ​ກວດກາ​ແຜນການ​ເຄື່ອນ​ໄຫວ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາຊຽນ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄາດ​ວ່າສະພາ AEC ຈະ​ປຶກສາ​ຫາລື ກ່ຽວ​ກັບ​ວິວັດທະນາ​ການ​ປະຕິບັດ​ແຜນການ AEC, ພິ​ເສດ​ແມ່ນ​ກ່ຽວ​ກັບ​ຈຸດໝາຍ​ສ້າງ​ຕັ້ງ AEC ກ່ອນ​ປີ 2015. ສະພາ​ກໍ່​ຈະ​ພິຈາລະນາ​ບັນດາ​ຄວາມ​ຄືບ​ໜ້າ​ໃນ​ການ​ສົ່ງ​ເສີມ, ຊຸກຍູ້​ການ​ແລກປ່ຽນ​ການບໍລິການ ​ແລະ ວິຊາ​ອາຊີບ​ຜ່ານ​ຊາຍ​ແດນ, ບັນດາ​ການ​ພັດທະນາ​​ໃນ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນພາກ​ພື້ນ (ຫຼື RCEP) ນັບ​ແຕ່​ໄດ​້ຮັບ​ການ​ປຸກລະດົມ​ເມື່ອ​ເດືອນ 11 ປີ​ກ່ອນ ກໍ່​ຄື​ເລື່ອງ​ປະຕິບັດ​ແຜນການ​ສັງ​ລວ​ມກ່ຽວ​ກັບ​ການ​​ເຊື່ອມ​ຕໍ່ ອາ​ຊຽນ. ໝາກຜົນ ​ແລະ ຂໍ້​ສະ​ເໜີ​ຂອງ​ກອງ​ປະຊຸມ​ຈະ​ລາຍ​ງານ​ຕໍ່​ບັນ​ດາ​ການ​ນຳ ອາ​ຊຽນ ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 22, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 24 - 25/4 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ