ໄຂກອງປະຊຸມຄັ້ງທີ3ຄະນະບໍໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ7

ໄຂກອງປະຊຸມຄັ້ງທີ3ຄະນະບໍໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ7 - ảnh 1
ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິຫານ
​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​

ຕອນເຊົ້າ​ວັນ​ທີ 4/7, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ ຄ​ັ້ງ​ທີ​ 3 ຄະ​ນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດທີ 7 ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ. ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ສູນ​ກາງ​​ປຶກ​ສາ​ຫາລື ແລະ ​ຕົກ​ລົງກ່ຽວ​ກັບ: ​ຂໍ້​ກຳ​ນົດ​ການ​ເຮັດ​ວຽກ​ ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິການ; ​ຂໍ້​ກຳ​ນົດ ​ກ່ຽວ​ກັບວຽກ​ງານ ຂອງ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ; ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບພັກ; ຂໍ້​ກຳ​ນົດ ກ່ຽວ​ກັບ​ວຽກ​ງານ ກວດ​ກາ, ຕິດ​ຕາມກວດ​ກາ ແລະ ​ການປະ​ຕິ​ບັດ​ວິ​ໄນ ຂອງ​ພັກ; ເລື່ອງ ແນະ​ນຳ ບຸກ​ຄະ​ລາ​ກອນ ການ​ນຳ​ຂັ້ນ​ສູງ ຂອງ​ບັນ​ດາ​ອົງ​ການແຫ່ງລັດ ແລະ ບາງບັນ​ຫາສຳ​ຄັນ​ອື​່ນໆ

     ໃນ​ບົດກ່າວ​ປາ​ໄສທີ່​ພິ​ທີໄຂ​ ກອງ​ປະ​ຊຸມ, ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ​ ໄດ້​ຊີ້ແຈ້ງ ບັນ​ດາ ເນື້ອ​ໃນ​ສຳ​ຄັນ ເພື​່ອ​ໃຫ້ ສູນ​ກາງ ປຶກ​ສາ​ຫາ​ລື ແລະ ໃຫ້​ຄວາມ​ເຫັນ. ກ່ຽວ​ກັບ ຂໍ້​ກຳນົດການ​ເຮັດວຽກຂອງຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິການ ແລະ ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ, ທ່າ​ນ ​ຫງວຽນ​ຟູ໋ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ​ເນັ້ນ​ໜັກ​ວ່າ: ​“ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ ແລະ ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ​ຊຸດນີ້ ຄວນ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ລະ​ອຽດ, ແໜັ້ນ​ແຟ້ນ, ສອດ​ຄ່ອງ​ກັບ​ພຶດ​ຕິ​ກຳ, ຮັບ​ປະ​ກັນ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ, ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ​ໃຫ້​ດີກວ່າ. ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ປະ​ສິດ​ທິ​ຜົນ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ຄວາມ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ​້າງ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​ອື່ນ​ໃນ​ລະ​ບົບ​ການ​ເມືອງ, ການ​ປ່ຽນ​ໃຫມ່, ປັບ​ປຸງ​ລະ​ບອບ, ແບບ​ແຜນ​ການ​ເຮັດ​ວຽກ, ວິ​ທີ​ການ​ວຽກ​ງານ​ຂອງ​ບັນ​ດາ​ອົງ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ.”
​​ກ່ຽວ​ກັບ​ຂໍ້​ກຳ​ນົດ​ ການປະ​ຕິ​ບັດກົດ​ລະ​ບຽບພັກ, ຂໍ້​ກຳ​ນົດ​ ກ່ຽວ​ກັບ​ວຽກ​ງານ​ການກວດ​ກາ, ຕິດ​ຕາມກວດ​ກາ ແລະ ການ​ປະ​ຕິ​ບັດ​ວິ​ໄນຂອງ​ພັກ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈອງ ​​ໄດ້​ຊີ້​ແຈ້ງ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 12 ຂອງ​ພັກ ໄດ້​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ​ສະຫຼຸບ​ ​ວຽກ​ງານ​ປະ​ຕິ​ບັດ​ກົດ​ລະ​ບຽບ​ພັກ ຊຸດ​ທີ 11; ຂໍ້​ກຳ​ນົດ​ບໍ່​ປັບ​ປຸງ, ເພີ່ມ​ເຕີມ​ກົດ​ລະ​ບຽບພັກ ທີ່​ປະ​ຕິ​ບັດ ກອງ​ປ​ະ​ຊຸມ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດທີ 12  ແນະນຳ​, ​ກຳ​ນົດ​ຢ່າງ​ລະ​ອຽດ ແລະ ເພີ່ມ​ທະ​ວີ​ການກວດ​ກາ, ຕິດ​ຕາມກວດ​ກາ, ຮັບ​ປະ​ກັນການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຢ່າງ​​ເຂັ້ມ​ງວດ, ເປັນ​ເອ​ກະ​ພາບ​ໃນ​ທົ່​ວ​ພັກ.

        ກ່ຽວ​ກັບ​ການ​ສະ​ເໜີ ບຸກ​ຄະ​ລາ​ກອນການ​ນຳ​ຂັ້ນ​ສູງ ​ຂອງ​ບັນ​ດາ​ອົງ​ການ​ລັດ ອາ​ຍຸ​ການ 2016-2021, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈອງ ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ວຽກ​ງານສຳ​ຄັນທີ່​ສຸດ.  ທີ່ກອງ​ປ​ະ​ຊຸມ​ຄັ້ງ​ນີ້, ກົມ​ການ​ເມືອງ​ ສະ​ເໜີ ຄະ​ນະ​ບໍ​ລິ​ຫານ​ສູນ​ກາງ​ພັກ ​ພິ​ຈາ​ລະ​ນາ, ​ສະ​ເໜີບຸກ​ຄະ​ລາ​ກອນ ຕາມ​ທິດ​: ສຳ​ລັບ​ບັນ​ດາ​ຖາ​ນະ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ 34 ຖາ​ນະ​ຕຳ​ແໜ່ງ​ການ​ນຳ​ອື່ນ ຂອງ​ບັນ​ດາ​ອົງ​ການ​ລັດ ເຊິ່ງກອງ​ປະ​ຊຸມ​ສູນ​ກາງ ​ຄັ້ງ​ທີ 2 ຊຸດທີ 12 (ເດືອນ 3/2016 ປ່ອນ​ບັດ​​ສະ​ເໜີ ຫຼື​ ມີ​ຄຳ​ເຫັນ​ຮັບ​ຮອງ​ເອົ​າ ດ້ວຍ​ບັດ​ໄວ້​ວາງ​ໃຈ​ສູງ (ຕ່ຳ​ສຸດ ກໍ່​ຫຼາຍກວ່າ 72%, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ຈະບໍ່​ດຳ​ເນີນ​ການ​ປ່ອນ​ບັດ​ສະ​ເໜີ ຫຼື​ ຮັບ​ເອົາ​ຄຳ​ເຫັນ​ຄືນ. ສຳ​ລັບ 13 ຖາ​ນະ​ຕຳ​ແໜ່ງ​ທີ່​ຍັງ​ເຫຼືອ ຍັງ​ບໍ່​ຮັບ​ເອົາ​ບັດ​​ສະ​ເໜີ ຢູ່ກອງ​ປະ​ຊຸມ​ສູນ​ກາງ ​ຄັ້ງ​ທີ 2 ແລະ ບັນ​ດາ​ຖາ​ນະ​ຕຳ​ແໜ່ງ ທີ່​ຄາດ​​​ວ່າ​ຈະປ່ຽນ​ແປງ ເມື່ອ​ທຽບ​ກັບ​ຄັ້ງ​ກ່ອນ, ກົມ​ການ​ເມືອງ ຂໍ​ຄຳ​ເຫັນຈາກ​ສູນກ​າງ ດ້ວຍບັດກ່ອນ​​​ທີ່ສະ​ເໜີ​ຢ່າງ​ເປັນ​ທາງ​ການ ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ເລືອກ​ຕັ້ງ ຫຼື ​ໃຫ້ສັດ​ຕະ​ຍາ​ບັນ ຢູ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14.

        ຕາມ​ລາຍ​ການ, ກອງ​ປະ​ຊຸມ​ເຮັດ​ວຽກ​ ເຖິງ ວັນ​ທີ 8/7/2016. 


ຂ່າວ/ບົດ​ອື່ນ