ໄຂກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 52

(VOVWORLD) -ກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 52 ແມ່ນໂອກາດເພື່ອໃຫ້ບັນດາເພື່ອນ ມິດສາກົນຮູ້ຈັກເຖິງອິດທິພົນຊື່ສຽງຂອງ SAI ຫວຽດນາມ ເວົ້າສະເພາະ, ກໍຄືປະເທດຊາດ ແລະຊາວຫວຽດນາມເວົ້າລວມ...
ໄຂກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 52 - ảnh 1

ພິທີໄຂກອງປະຊຸມ ຄະນະບໍລິຫານງານ ຄັ້ງທີ 52 ຂອງບັນດາອົງການກວດສອບບັນຊີ ສູງສຸດ ອາຊີ

 (ພສບ: TTXVN)

ວັນທີ 18 ກັນຍາ, ທີ່ຮ້າໂນ້ຍ ໄດ້ດໍາເນີນກອງປະຊຸມຄະນະບໍລິຫານງານ ຄັ້ງທີ 52 ຂອງບັນດາອົງການກວດສອບບັນຊີ ສູງສຸດ ອາຊີ (ASOSAI), ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ຄະນະບໍລິຫານງານ ASOSAI ອາຍຸການ 2015 – 2018, ບັນດາປະເທດສະມາຊິກ ASOSAI ແລະ ບັນດາອົງການສັງເກດການ ເຊິ່ງແມ່ນອົງການ, ອົງການຈັດຕ້ັງສາກົນ ຄື: ອົງການລິເລີ່ມພັດທະນາຂອງອົງການຈັດຕັ້ງສາກົນ ບັນດາອົງການກວດສອບບັນຊີສູງສຸດ ແລະ ທ່ານຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ  ແລະ ຄະນະກໍາມະການຂອງ ASOSAI. ຕາມທ່ານ ດວານຊວນຕຽນ ຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ:

        “ກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 52 ແມ່ນໂອກາດເພື່ອໃຫ້ບັນດາເພື່ອນ ມິດສາກົນຮູ້ຈັກເຖິງອິດທິພົນຊື່ສຽງຂອງ SAI ຫວຽດນາມ ເວົ້າສະເພາະ, ກໍຄືປະເທດຊາດ ແລະຊາວຫວຽດນາມເວົ້າລວມ. ນີ້ກໍແມ່ນໂອກາດເພື່ອໃຫ້ພວກເຮົາຖອດຖອນ, ແລກ ປ່ຽນບົດຮຽນໃນການເຄື່ອນໄຫວດ້ານວິຊາການໃນການກວດສອບບັນຊີສາທາລະນະ. ຄວາມຫວັງຂອງພວກເຮົາໃນກອງປະຊຸມຄັ້ງນີ້ແມ່ນ ດ້ວຍການເປັນປະທານ ASOSAI ໃນອາຍຸການ 3 ປີຕໍ່ໄປ, ພ້ອມກັບຄະນະບໍລິຫານ, ພວກເຮົາຈະນໍາພາ 46 ປະເທດສະມາຊິກ ບັນລຸຜົນສໍາເລັດໃນອາຍຸການນີ້ ເພື່ອສ້າງຄວາມປະທັບໃຈທີ່ດີງາມ ແລະ ອິດທິພົນຊື່ສຽງໃນການຈັດຕັ້ງ ASOSAI”.

        ທີ່ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ຮັບຟັງບົດລາຍງານເກືອບ 20 ບົດ, ດ້ວຍບັນດາເນື້ອໃນສໍາຄັນຄື: ປຶກສາຫາລືບັນດາບັນຫາ ທີ່ໄດ້ຍົກອອກມາໃນບົດບັນທຶກຂອງກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 51, ປຶກສາຫາລືບັນດາບັນຫາຍຸດທະສາດ ເພື່ອກໍ່ສ້າງຂັ້ນຕອນ, ແຜນການຜັນຂະຫຍາຍຂອງໂຄງການ ແລະ ການເຄື່ອນໄຫວໃນເວລາ 5 ປີ ຈະມາເຖິງ... ພ້ອມກັນນັ້ນ, ບັນດາຜູ້ແທນກໍປຶກສາຫາລືກ່ຽວກັບຮ່າງຖະແຫຼງການ ຮ່າໂນ້ຍ ເຊິ່ງເປັນໜຶ່ງໃນບັນດາເອກະສານສໍາຄັນຂອງກອງປະຊຸມໃຫຍ່ ASOSAI 14 ແລະບົດ ສະຫຼຸບບັນດາໝາກຜົນຂອງການເຮັດວຽກທີ່ສໍາຄັນ ໃນການປະຕິບັດການກວດສອບບັນຊີສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ