ໄຂກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 14

(VOVWORLD) - ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ພື້ນຖານເສດຖະກິດຢູ່ພາຍໃນປະເທດຍັງຄົງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ

ໄຂກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 14 - ảnh 1ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 14, ຊຸດທີ 8

(ພາບ:baonghean,vn)

ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ນະຄອນ ວີງ, ແຂວງ ເງະອານ, ໄດ້ໄຂກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 14, ຊຸດທີ 8. ເຂົ້າຮ່ວມກອງປະຊຸມມີທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນໜັກວ່າ: ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ພື້ນຖານເສດຖະກິດຢູ່ພາຍໃນປະເທດຍັງຄົງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ໄປຄຽງຄູ່ກັນນັ້ນ, ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ມີທ່າອ່ຽງສົ່ງຜົນກະທົບບໍ່ດີເຖິງການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ… ກ່ຽວກັບໜ້າທີ່ຂອງແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທງເໝິນ ຖືວ່າ:

        “ແຕ່ນີ້ຮອດທ້າຍປີ, ໜ້າທີ່ຂອງແນວໂຮມແມ່ນຕິດພັນກັບມະຕິ, ແຜນນະໂຍບາຍຂອງພັກ ແລະ ລັດ. ແນວໂຮມໄດ້ເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສ້າງລະບົບການເມືອງ. ເຮັດແນວໃດເພື່ອໃຫ້ແຕ່ນີ້ຮອດທ້າຍປີ, ໄດ້ມີການປະກອບສ່ວນພ້ອມກັບພັກ, ລັດ, ຄະນະພັກຂັ້ນທ້ອງຖິ່ນມີ GDP ທີ່ເຕີບໂຕ 6 ເດືອນຕົ້ນປີ GDP ຂອງພວກເຮົາລື່ນກາຍຄາດໝາຍບັນລຸໄດ້ 7,08%, ຄາດໝາຍຂອງທັງປີແມ່ນ 6,7 6,8%”

ຕອບກັບ

ຂ່າວ/ບົດ​ອື່ນ