ໄຂກອງປະຊຸມປ້ອງກັນຄວາມສະຫົງບ Munich ຄັ້ງທີ 52

ໄຂກອງປະຊຸມປ້ອງກັນຄວາມສະຫົງບ Munich ຄັ້ງທີ 52 - ảnh 1

ການອົບພະຍົບແມ່ນຫົວເລື່ອງທີ່ບັນດາຜູ້ແທນຈະປຶກສາຫາລື
ຢູ່ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ Munich ຄັ້ງ​ທີ 52
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 12/2, ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ Munich (MSC) ຄັ້ງ​ທີ 52 ​ໄດ້​ໄຂ​ຂຶ້ນ​ຢູ່ ​ແບກ​ແລງ, ປະ​ເທດ​ເຢັຍລະ​ມັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ ​ແລະ ນາຍົກລັດຖະມົນຕີປະ​ເທດ​ຕ່າງໆ 30 ທ່ານ ​ແລະ ບັນດາ​ນັກ​ການ​ເມືອງ​ແຖວ​ໜ້າ​ຂອງ​ໂລກ. ​ໃນ​ນັ້ນ​ມີ​ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Medvedev, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry, ​ເລຂາ​ທິການ​ໃຫຍ່ NATO Jens Stoltenberg.

​ໃນ 3 ວັນ​ດຳ​ເນີນ​ກອງ​ປະຊຸມ, ຜູ້​ແທນປະມານ 600 ຄົນ ຈະ​ປຶກສາ​ຫາລື​ຫົວ​ເລື່ອງ​ຕ່າງໆ​ເຊັ່ນ: ສົງຄາມ​ຢູ່ ຊີຣີ, ສະພາບ​ການ​ຢູ່​ຕາວັນ​ອອກ​ກາງ, ວິ​ກິດ​ການ​ຊາວ​ອົບ​ພະຍົບຢູ່ ​ເອີ​ລົບ, ການ​ຕ້ານ​ກໍ່​ການ​ຮ້າຍ​ສາກົນ… ຕາມ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ​ເຢັຍລະ​ມັນ Frank Walter Steinmeier ​ແລ້ວ, 17 ປະ​ເທດ​ເຂົ້າ​ຮ່ວມ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ​ຕ້ອງ​ບັນລຸ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ​ ໃນ​ຮອບ​ເວລາໜຶ່ງ​ສັບປະດາ. ສ່ວນ​ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ກໍ່​ໃຫ້​ຮູ້​ວ່າ, ນອກຈາກ​ຄຳ​ສັ່ງ​ຢຸດ​ຍິງ​ດັ່ງກ່າວ, ບັນດາ​ຝ່າຍ​ກໍ່​ເປັນ​ເອກະສັນ​ນຳ​ກັນ​ວ່າ ຕ້ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ ຊີຣີ ຢູ່​ເຊີ​ແນວ (ປະ​ເທດ​ສະ​ວິດ) ຍິ່ງ​ໄວ​ກໍ່​ຍິ່ງ​ດີ.

ຂ່າວ/ບົດ​ອື່ນ