ໄຂກອງປະຊຸມຜູ້ ບັນຊາການທະຫານ ບົກບັນດາປະເທດ ອາຊຽນຄັ້ງທີ 15


ໄຂກອງປະຊຸມຜູ້ ບັນຊາການທະຫານ ບົກບັນດາປະເທດ ອາຊຽນຄັ້ງທີ 15 - ảnh 1

(ພາບ: AFP/TTXVN))

 (vovworld)-​ “ຍົກ​ສູງ​ຄວາມ​ສາມາດ​ສົມທົບ​ລະຫວ່າງ​ທະຫານ​ບົກ​ບັນດາ​ປະ​ເທດ​ອາ​ຊຽນຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ແບບໃໝ່“ ​ແມ່ນ​ຫົວ​ເລື່ອງຂອງກອງ​ປະຊຸມ​ຜູ້​ບັນຊາ​ການ​ທະຫານ​ບົກ​ບັນດາ​ປະ​ເທດ​ອາ​ຊຽນຄັ້ງທີ 15 ຈັດ​ຂຶ້ນ​ແຕ່​ວັນ​ທີ 26-29/11 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນ​ໂທ​ໂດ້ບາ​ຕິ, ​ເສນາ​ທິການ​ໃຫ່ຍກອງທັບ ປຊຊ ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຊີ້​ແຈ້ງວ່າ: ສານ​ຂອງ​ກອງ​ປະຊຸມ​ແມ່ນ​ຢັ້ງຢືນ​ລັກສະນະ​ແນ່​ນອນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ທະຫານ​ບົກ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຕັດສິນ​ໃຈ​ຊອກ​ຫາ​ບັນດາ​ຂໍ້​ລິ​ເລີ່​ມ, ມາດ​ຕະການ​ລະອຽດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື. ທ່ານ​ພົນ​ໂທ​ໂດ້ບາ​ຕິ ຊີ້​ແຈ້ງວ່າ:

  “ກ່ຽວກັບບັນຫາການປ້ອງກັນຊາ, ປ້ອງກັນຄວາມສະຫງົບ, ​ໃນສະພາບທີ່ວ່າໂຄງປະກອບການເມືອງ-​ຄວາມສະຫງົບປອດໄພຂອງພາກພື້ນພວມໄດ້ຮັບການສ້າງຂຶ້ນແລະ ຕໍ່ໜ້າບັນດາບັນຫາຍຸດທະສາດກ່ຽວຂ້ອງເຖິງສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບແລະ ການຮ່ວມມືໃນພາກພື້ນນັ້ນ, ບັນດາປະເທດອາຊຽນໄດ້ເດັດດ່ຽວຍູ້ແຮງການຮ່ວມມືແລະ ໜູນຊ່ວຍຊື່ງກັນແລະ ກັນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ວາງອອກຢ່າງມີປະສິດທິຜົນ, ທັງໃນລະດັບຊາດ, ພາກພື້ນແລະ ສາກົນ, ​ເສີມຂະຫຍາຍບົດບາດແມ່ນປັດໄຈຮັບປະກັນສັນຕິພາບ, ສະຖຽນລະພາບແລະ ການພັດທະນາໃນພາກພື້ນ“./.

ຂ່າວ/ບົດ​ອື່ນ