ໄຂກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດ ອາຊຽນ ຄັ້ງທີ 21

(VOVWORLD) - ຕອນເຊົ້າວັນທີ 24 ພະຈິກ, ກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດອາຊຽນ ຄັ້ງທີ 21 (ACAMM-21) ໄດ້ຈັດຕັ້ງຕາມຮູບການອອນລາຍ. ພາຍຫລັງພິທີໄຂ, ບັນດາຜູ້ແທນໃນກອງປະຊຸມໄດ້ປຶກສາຫາລືຕາມຫົວຂໍ້ “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງກອງທັບບັນດາປະເທດ ອາຊຽນ ແນໃສ່ແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງພາກພື້ນໃນເງື່ອນໄຂປົກກະຕິໃໝ່ ຍ້ອນໂລກລະບາດໂຄວິດ-19”.
ໄຂກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດ ອາຊຽນ ຄັ້ງທີ 21  - ảnh 1 ທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານພົນຕີ ຫງວຽນວັນເຫງຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ແບ່ງປັນບົດຮຽນການຮັບມືກັບໂລກລະບາດໂຄວິດ-19 ແລະ ໄພພິບັດທຳມະຊາດໃນໄລຍະຜ່ານມາຂອງກອງທັບປະຊາຊົນ ຫວຽດນາມ; ທ່ານເຊື່ອໝັ້ນວ່າ ດ້ວຍຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ກຳລັງທະຫານບົກບັນດາປະເທດອາຊຽນ ຈະສືບຕໍ່ສາມັກຄີ, ແບ່ງປັນບົດຮຽນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ຊອກຫາບັນດາຂໍ້ລິເລີ່ມ ເພື່ອຊຸກຍູ້ການຮ່ວມມື, ຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມທີ່ພວມປະກົດຂຶ້ນຢ່າງມີປະສິດທິຜົນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ.

        ແລະກໍ່ໃນກອງປະຊຸມດັ່ງກ່າວ ກໍ່ດຳເນີນພິທີມອບຮັບຕຳແໜ່ງປະທານ ACAMM ໃຫ້ ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ