ໄຂກອງປະຊຸມລັດຖະມົນຕີ WTO ຄັ້ງທີ 11

(VOVWORLD) - ກອງປະຊຸມລັດຖະມົນຕີອົງການການຄ້າໂລກ (WTO) ຄັ້ງທີ 11 ຖືກໄຂຂຶ້ນໃນວັນທີ 10 ທັນວາ ທີ່ນະຄອນຫລວງ Buenos Aires ຂອງ ອາກຊັງຕິນ 
ໄຂກອງປະຊຸມລັດຖະມົນຕີ WTO ຄັ້ງທີ 11 - ảnh 1 ທ່ານ Roberto Azevedo (ພາບປະກອບ )

ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 4000 ທ່ານທີ່ມາຈາກ 164 ປະເທດສະມາຊິກ. ກ່າວຄຳເຫັນໄຂກອງປະຊຸມ, ຜູ້ອຳນວຍການໃຫຍ່ WTO ທ່ານ Roberto Azevedo ຢືນຢັນວ່າ  WTO ຈະສືບຕໍ່ເດີນຕາມການຄ້າຫລາຍຝ່າຍ ແລະ ຮຽກຮ້ອງບັນດາປະເທດໃຫ້ມີຄວາມນິມນວນກ່ວາ ໃນການເຈລະຈາບັນດາບັນຫາຈຸດສຸມຂອງການຄ້າໂລກ. ຜູ້ອຳນວຍການໃຫຍ່ WTO Roberto Azevedo ຮຽກຮ້ອງໃຫ້ປັບປຸງລະບົບການຄ້າຫລາຍຝ່າຍກ່ວາອີກ, ສວມບົດບາດສຳຄັນສຳລັບການພັດທະນາຂອງພື້ນຖານເສດຖະກິດທົ່ວໂລກ ກໍ່ຄືສະຖຽນລະພາບໃນໂລກ.

        ຕາມແຜນການແລ້ວ, ລັດຖະມົນຕີບັນດາປະເທດສະມາຊິກ WTO ເກືອບ 180 ທ່ານຈະເຂົ້າຮ່ວມກອງປະຊຸມປຶກສາຫາລືໃນ 4 ວັນ ກ່ຽວກັບ 5 ຫົວຂໍ້ຈຸດສຸມລວມມີ: ຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາກະສິກຳ, ການໜູນຊ່ວຍການປະມົງ, ການຄ້າເອເລັກໂຕນິກ ແລະ ພາສີອາກອນສຳລັບສິນຄ້າອຸດສາຫະກຳຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ