ໄຂກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

(VOVWORLD) -ກອງປະຊຸມຈັດຂຶ້ນແບບທາງໄກຜ່ານສະຖານທີ່ຖ່າຍທອດສົດຈາກຫໍສະພາແຫ່ງຊາດໄປຍັງ 62 ຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ໄຂກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV - ảnh 1ກອງປະຊຸມວິສາມັນຄັ້ງທີ່ I, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(ພາບ: TTXVN)

ຕອນເຊົ້າວັນທີ 04 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ໄດ້ໄຂກອງປະຊຸມວິສາມັນຄັ້ງທີ່ I, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ກອງປະຊຸມຈັດຂຶ້ນແບບທາງໄກຜ່ານສະຖານທີ່ຖ່າຍທອດສົດຈາກຫໍສະພາແຫ່ງຊາດໄປຍັງ 62 ຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

        ນີ້ແມ່ນຄັ້ງທຳອິດສະພາແຫ່ງຊາດ ຫວຽດນາມ ດຳເນີນກອງປະຊຸມວິສາມັນ, ພິຈາລະນາ, ຕົກລົງ 4 ເນື້ອໃນສຳຄັນ, ຮີບດ່ວນກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ກອງປະຊຸມທີ່ບໍ່ເຄີຍມີມາກ່ອນນີ້ສືບຕໍ່ເປັນການສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່, ມີການກະທຳ, ຮ່ວມເດີນທາງພ້ອມກັບລັດຖະບານ ຂອງສະພາແຫ່ງຊາດຊຸດທີ XV, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸຍວັນເກື່ອງ, ເນັ້ນໜັກວ່າ:

        “ການຈັດຕັ້ງກອງປະຊຸມວິສາມັນຄັ້ງທີ່ I, ມີຄວາມໝາຍວ່າ ອາດຈະມີເທື່ອທີ 2 ແລະ ທີ 3. ຖ້າຫາກເນື້ອໃນນີ້ປະໄວ້ຮອດເດືອນ ມິຖຸນາ ຈຶ່ງນຳເຂົ້າກອງປະຊຸມຈະເຮັດໃຫ້ການພັດທະນາຂອງປະເທດຊາດຖືກຊັກຊ້າລົງ. ນີ້ແມ່ນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ອາຍຸການຂອງສະພາແຫ່ງຊາດຊຸດທີ XV. ພວກເຮົາປ່ຽນແປງໃໝ່ເພື່ອຕອບສະໜອງຄວາມຮຽກຮ້ອງພັດທະນາຂອງປະເທດຊາດ ແລະ ຕອບສະໜອງຄວາມຮຽກຮ້ອງຮັບປະກັນການປ່ຽນແປງໃໝ່ການນຳພາຂອງພັກໃນລະບອບ, ແຜນນະໂຍບາຍ, ມະຕິຂອງພັກ ເຂົ້າໃນຊີວິດ”.

        ກ່ອນທີ່ໄຂກອງປະຊຸມ, ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ຖ່າຍທອດສົດຫໍສະພາແຫ່ງຊາດ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ