ໄຂກອງປະຊຸມສຸດຍອດ ການລົງທຶນ-ການຄ້າ ອາຊຽນ-ຈີນ

ໄຂກອງປະຊຸມສຸດຍອດ ການລົງທຶນ-ການຄ້າ ອາຊຽນ-ຈີນ - ảnh 1
ບັນດາ​ການ​ນຳ​ອາ​ຊຽນ​ເຂົ້າຮ່ວມພິທີໄຂ​ກອງ​ປະຊຸມ

​ສຸດ​ຍອດ​ການ​ລົງທຶນ-​ການ​ຄ້າ​ອາ​ຊຽນ-ຈີນ

(ພາບ: nguyentandung.org)

 (vovworld)-  ດ້ວຍ​ຫົວ​ເລື່ອງ “ພັດທະນາການ​ຮ່ວມ​ມື​ໃນ​ພາກ​ພື້ນ: ກາລະ​ໂອກ​າດ​ໃໝ່, ກຳລັງ​ໜູນ​ໃໝ່ ​ແລະ ​ໄລຍະ​ໃໝ່“ ງານ​ຕະຫຼາດນັດ ວາງສະ​ແດງອາ​ຊຽນ-ຈີນ 2013 ​ແລ​ະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ-​ການ​ຄ້າ​ອາ​ຊຽນ-ຈີນ ຄັ້ງທີ 10 ​ໄດ້​ໄຂ​ຂຶ້ນ​ໃນ ຕອນ​​ເຊົ້າ​ວັນ​ທີ 3/9, ຢູ່ນະຄອນ​ໜານ​ໜິງ, ​ເມືອງ​ເອກ​ຂອງ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ, ​ແຂວງ​ກວາງຊີ, ປະ​ເທດ​ຈີນ.

  ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຈີນ ຫລີ​ເຄຊຽງ ຢືນຢັນ​ວ່າ: ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແມ່ນ1 ​ໃນ​ບັນດາ​ການ​ໃຫ້​ບຸລິມະສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ. ຍາມ​ໃດ​ຈີນ ກໍ່​ສະໜັບສະໜູນ​ອາຊຽນພັດທະນາ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ.

  ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ​ໄຂ ງານ​ຕະຫຼາດນັດອາ​ຊຽນ-ຈີນ 2013 ​ແລ​ະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ-​ການ​ຄ້າ​ອາ​ຊຽນ-ຈີນ ຄັ້ງທີ 10, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ຢືນຢັນວ່າ: ຫວຽດນາມ ພວມ​ພອ້ມກັບ​ບັນດາ​ປະ​ເທດ​ອາ​ຊຽນ ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ​ເປັນ​ເຈົ້າການ​ຕັ້ງໜ້າ​ເຂົ້​າຮ່ວມ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​​ເນັ້ນໜັກ​ວ່າ:

  “ຍາມ​ໃດ​ຫວຽດນາມ ກໍ່​ສະໜັບສະໜູນ ​ແລະ ຖື​ ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ-ຈີນ ເປັນ​ສຳຄັນ​, ພ້ອມ​ທັງ​ເຊື່ອໝັ້ນວ່າ: ຂອບ​ເຂດ​ການ​ຮ່ວມ​ມື​ນີ້​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ-​ຈີນ ບັນລຸ​ປະສິດທິ​ຜົນ. ຍາມ​ໃດ ລັດຖະບານ​ຫວຽດນາມ ກໍ່​ສົ່ງ​ເສີມ ​ແລະ ສ້າງ​ທຸກໆ​ເງື່ອນ​ໄຂ​ອຳ​ນວນ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ​ຈີນ ​ແລະ ອາ​ຊຽນ ພັດທະນາ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ລົງທຶນ​ຢູ່​ຫວຽດນາມ. ຫວຽດນາມ ກໍ່​ສະໜັບສະໜູນ​ການຄົ້ນຄ້ວາ, ​ແລກປ່ຽນ​ເພື່ອ​ຍົກ​ລະດັບ​ການ​ຮ່ວມ​ມື​ໃນ​ເຂດ​ການ​ຄ້າ​ເສລີ​ຫວຽດນາມ-​ຈີນ ​ໃຫ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ຝ່າຍ​ຕ່າງໆ, ​ເພື່ອ​ຜ້ອມກັນ​ພັດທະນາ, ພ້ອມ​ກັນ​ຊົມ​ໃຊ້​ຜົນປະ​ໂຫຍ​ດ.“​

ຂ່າວ/ບົດ​ອື່ນ