ໄຂກອງປະຊຸມສຸດຍອດການນຳວິສາຫະກິດ APEC 2017

(VOVWORLD) -  ດ້ວຍຫົວເລື່ອງ: “ສ້າງກຳລັງໜູນໃໝ່ກວ່າອີກ, ພ້ອມກັນເພີ່ມພູນຄູນສ້າງອະນາຄົດ”, APEC CEO Summit 2017 ສຸມໃສ່ປຶກສາຫາລືບັນດາທ່າອ່ຽງໃໝ່ຂອງໂລກາພິວັດ, ການປະຕິວັດວິທະຍາສາດເຕັກໂນໂລຢີ

ໜື່ງໃນບັນດາເຫດການເຊິ່ງວົງການດຳເນີນທຸລະກິດລໍຄອຍໃນຂອບເຂດ ສັບປະດາຂັ້ນສູງ APEC 2017 ນັ້ນແມ່ນ ກອງປະຊຸມສຸດຍອດການນຳວິສາຫະກິດ APEC 2017 (APEC CEO Summit 2017), ໄດ້ໄຂຂຶ້ນໃນວັນທີ 08 ພະຈິກ ຢູ່ ດ່າໜັງ. ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ.

        ນີ້ແມ່ນເຫນການເຕົ້າໂຮມບັນດາການນຳວິສາຫະກິດ ຈາກບັນດາພື້ນຖານເສດຖະກິດ  ຂະຫຍັນຂັນເຄື່ອນທີ່ສຸດ ຢູ່ໃນໂລກ, ບັນດານັກປາຖະກະຖາທີ່ມາຈາກບັນດາອົງການຈັດຕັ້ງມີຜົນສະທ້ອນທີສຸດໃນທົ່ວໂລກ ພ້ອມກັບການນຳຂັ້ນສູງບັນດາກຸ່ມບໍລິສັດ, ວິສາຫະກິດພາກພື້ນ ອາຊີ - ປາຊີຟິກ ກວ່າ 800 ຄົນເຂົ້າຮ່ວມ.

        ດ້ວຍຫົວເລື່ອງ: “ສ້າງກຳລັງໜູນໃໝ່ກວ່າອີກ, ພ້ອມກັນເພີ່ມພູນຄູນສ້າງອະນາຄົດ”, APEC CEO Summit 2017 ສຸມໃສ່ປຶກສາຫາລືບັນດາທ່າອ່ຽງໃໝ່ຂອງໂລກາພິວັດ, ການປະຕິວັດວິທະຍາສາດເຕັກໂນໂລຢີ, ເຊື່ອມຕໍ່ວິສາຫະກິດ, ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງປະຊາຄົມວິສາຫະກິດຂຸດຄົ້ນກາລະໂອກາດໃໝ່ໃນພາກພື້ນ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ແລະ ຫັນບັນດາຄວາມສາມາດບົ່ມຊ້ອນກ່ຽວກັບການຄ້າ ແລະ ການລົງທຶນໂດຍ APEC ນຳມາໃຫ້ປະກົດຜົນຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ